ປີ 2012, ງານບຸນລະມັດສະການວັດ ເຮືອງ ຈະເລີ່ມຕົ້ນໃນວັນທີ 28 ມັງກອນ ( ກ່ຽວກັບວັນທີ 6 ເດືອນຈຽງຕາມຈັນທະປະຕິທິນປີມະໂຣງ 2012 ). ຢູ່ເມືອງ ມິດຶກ, ນະຄອນ ຮ່າໂນ້ຍ ໄດ້ສຸມໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ໃນນັ້ນ, ຍົດສູງຄຸນນະພາບຮັບໃຊ້ການໄປມາຂອງນັກທ່ອງທ່ຽວເປັນຕົ້ນຕໍ່. ເພື່ອຮັບໃຊ້ນັກທ່ອງທ່ຍວເຂົ້າຮ່ວມງານບຸນ, ປີ 2012 ນີ້, ເມືອງ ມິດຶກ ໄດ້ກະກ່ຽມ ເຮືອນ້ອຍ 4.300 ລຳ ສາມາດຂົງສົ່ງ ນັກທ່ອງທ່ຽວ 5 ໝື່ນ 5 ພັນເທື່ອຄົນ. ດ້ວຍຈຳນວນເງິນກວ່າ 20 ຕື້ດົງ, ເມືອງ ມິດຶກໄດ້ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ເປີດກວ້າງທ່າຈອດເຮືອ ທຽນຈູ່, ຊັບຊ້ອນລະບົບຮ້ານຂາຍເຄື່ອງ ແລະ ອື່ນໆ.