ນະ​ຄອນ ໂຮ່​ຈີ​ມິນ ກະ​ກຽມ​ສັກ​ວັກ​ຊິນ 1,1 ລ້ານ​ໂດ​ສເພື່ອ​ກັນ​ໂຄວິດ - 19

(VOVWORLD) - ໃນໄລຍະປະຕິບັດການແຍກຫ່າງຕາມຄຳສັ່ງເລກທີ 16 ຂອງລັດຖະບານ, ທາງນະຄອນໂຮ່ຈີມິນ ຈະຜັນຂະຫຍາຍການເຄື່ອນໄຫວສັກວັກຊິນກັນໂຄວິດ - 19 ໄປຄຽງຄູ່ກັນນັ້ນກໍ່ແມ່ນການເຄື່ອນໄຫວວິໄຈຫາເຊື້ອ ແລະ ຄົ້ນຫາຜູ້ຕິດເຊື້ອ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. 
ນະ​ຄອນ ໂຮ່​ຈີ​ມິນ ກະ​ກຽມ​ສັກ​ວັກ​ຊິນ 1,1 ລ້ານ​ໂດ​ສເພື່ອ​ກັນ​ໂຄວິດ - 19 - ảnh 1ສັກວັກຊິນຢູ່ບັນດາໂຮງໝໍກາງສະໜາມ 

ຕອນບ່າຍວັນທີ 11 ກໍລະກົດ, ພະແນກສາທາລະນະສຸກ ນະຄອນໂຮ່ຈີມິນ ໄດ້ຈັດກອງປະຊຸມທາງອອນລາຍກັບບັນດາຮາກຖານສາທາລະນະສຸກກ່ຽວກັບການຜັນຂະຫຍາຍແຜນການສັກວັກຊິນກັນໂຄວິດ - 19 ຄັ້ງທີ 5 ດ້ວຍຈຳນວນຕາມການຄາດຄະເນເບື້ອງຕົ້ນນັ້ນແມ່ນ 1,1 ລ້ານໂດສ.

        ໃນໄລຍະປະຕິບັດການແຍກຫ່າງຕາມຄຳສັ່ງເລກທີ 16 ຂອງລັດຖະບານ, ທາງນະຄອນໂຮ່ຈີມິນ ຈະຜັນຂະຫຍາຍການເຄື່ອນໄຫວສັກວັກຊິນກັນໂຄວິດ - 19 ໄປຄຽງຄູ່ກັນນັ້ນກໍ່ແມ່ນການເຄື່ອນໄຫວວິໄຈຫາເຊື້ອ ແລະ ຄົ້ນຫາຜູ້ຕິດເຊື້ອ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ເປົ້າໝາທີ່ໄດ້ຮັບບຸລິມະສິດແມ່ນຜູ້ຄົນທີ່ມີຄວາມສ່ຽງສູງກ່ວາໝູ່ ແລະ ນອນໃນບັນດາກຸ່ມຄົນທີ່ມີຄວາມສຽງສູງ ແລະ ສູງທີ່ສຸດ, ກຸ່ມຄົນທີ່ໄດ້ລະບຸໃນມະຕິເລກທີ 21 ຂອງ ລັດຖະບານ ກ່ຽວກັບການຊື້ ແລະ ນຳໃຊ້ວັກຊິນກັນໂຄວິດ - 19. ຄາດວ່າການເຄື່ອນໄຫວສັກວັກຊິນຈະດຳເນີນໃນໄລຍະເວລາແຕ່ 2 – 3 ອາທິດ. ທ່ານ ຕັງຈີເຖື້ອງ ຮອງຫົວໜ້າພະແນກສາທາລະນະສຸກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

        ການສັກວັກຊິນກັນໂຄວິດ - 19 ຈະຈັດແບ່ງຂັ້ນໃຫ້ບັນດາເມືອງ, ຕາແສງ, ບັນດາປະທານເມືອງ, ຕາແສງຈະຮັບຜິດຊອບຕໍ່ການຈັດຕັ້ງການສັກວັກຊິນ, ສົມທົບກັບບັນດາຮາກຖານສາທາລະນະສຸກ ໃນບໍລິເວນທ້ອງຖິ່ນເພື່ອຜັນຂະຫຍາຍ. ຫວັງວ່າດ້ວຍວິທີການດັ່ງກ່າວ ຈະຫຼຸດ ຄວາມຊັກຊ້າ, ແກ້ໄຂໄດ້ບັນດາຄວາມຜິດພາດ ທີ່ພວກເຮົາປະສົບໃນການສັກວັກຊິນຄັ້ງທຳອິດ .

ຕອບກັບ

ຂ່າວ/ບົດ​ອື່ນ