ນະຄອນ ໂຮ່ຈີມິນ ຄວນມານະພະຍາຍາມຄວບຄຸມສະບຽງອາຫານ

(VOVWORLD) - ນະຄອນ ໂຮ່ຈີມິນ ແມ່ນນະຄອນມີພົນລະເມືອງເປັນຈຳນວນຫລວງຫລາຍ, ມີຄວາມຕ້ອງການບໍລິໂພກສະບຽງອາຫານຢ່າງສູງ,
ນະຄອນ ໂຮ່ຈີມິນ ຄວນມານະພະຍາຍາມຄວບຄຸມສະບຽງອາຫານ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄປສຳຫລວດກວດກາ ແລະ ເຮັດວຽກຢູ່ຕະຫລາດຂາຍສົ່ງຜະລິດຕະພັນກະເສດ ບີງດ່ຽນ (ພາບ: TTXVN)

ດັ່ງນັ້ນ, ນະຄອນ ໂຮ່ຈີມິນ ຄວນມານະພະຍາຍາມຄວບຄຸມສະບຽງອາຫານຈາກຕົ້ນກຳເນີດ, ເປັນຕົ້ນແມ່ນບັນດາຕະຫລາດຂາຍສົ່ງ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກຄືດັ່ງກ່າວ ທີ່ການສຳຫລວດກວດກາ ແລະ ເຮັດວຽກຢູ່ຕະຫລາດຂາຍສົ່ງຜະລິດຕະພັນກະເສດ ບີງດ່ຽນ (ນະຄອນ ໂຮ່ຈີມິນ) ໃນຕອນເຊົ້າວັນທີ 06 ພຶດສະພາ.

        ເມື່ອຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງນະຄອນ ໂຮ່ຈີມິນ ໃນການເຕົ້າໂຮມສະບຽງອາຫານເຂົ້າໃນສະຖານທີ່ຈຳໜ່າຍແຫ່ງດຽວ ເພື່ອຄວມຄຸມຢ່າງສະດວກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ນີ້ແມ່ນຮູບແບບຄວນໄດ້ຮັບການທະວີຄຸນ, ເລື່ອງເຕົ້າໂຮມສະບຽງອາຫານຄືດັ່ງກ່າວ ທັງກວດກາກ່ອນທີ່ສົ່ງອອກສູ່ຕະຫລາດ ທັງສາມາດໜູນຊ່ວຍປະຊາຊົນມີບ່ອນເຕົ້າໂຮມເພື່ອຄ້າຂາຍຄືຕະຫລາດຂາຍສົ່ງ ບີງດ່ຽນ ແມ່ນຈຳເປັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ