ນະ​ຄອນ ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ມາດ​ຖານ​ການ​ທ່ອງ​ທ່ຽວ ອາ​ຊຽນ

(VOVWORLD) -     ມາດຖານການທ່ອງທ່ຽວ ອາຊຽນ ໄດ້ວາງອອກບັນດາຄຳຮຽກຮ້ອງກ່ຽວກັບການຄຸ້ມຄອງ, ຫຼຸດຜ່ອນການນຳໃຊ້ພະລັງງານ, ນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ບຳບັດສິ່ງເສດເຫຼືອຢ່າງມີປະສິດທິຜົນ…
ນະ​ຄອນ ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ມາດ​ຖານ​ການ​ທ່ອງ​ທ່ຽວ ອາ​ຊຽນ - ảnh 1ທ່ານນາງ ບຸ່ຍທິງອກຫຽວ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 31 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ໄດ້ຈັດກອງປະຊຸມຜັນຂະຫຍາຍມາດຖານການທ່ອງທ່ຽວບັນດາປະເທດ ອາຊຽນ, ພ້ອມທັງປຸກລະດົມລາງວັນທ່ອງທ່ຽວ ອາຊຽນ ໃຫ້ປະຊາຄົມວິສາຫະກິດ, ຫົວໜ່ວຍເຄື່ອນໄຫວໃນຂົງເຂດດັ່ງກ່າວ.

        ສຳລັບບັນດາວິສາຫະກິດ, ເມື່ອນຳໃຊ້ປະມວນມາດຖານ ທ່ອງທ່ຽວ ອາຊຽນ ທີ່ໄດ້ວາງອອກ, ການສ້າງຜະລິດຕະພັນ, ການບໍລິການ ຈະສ້າງສະພາບແວດລ້ອມທ່ອງທ່ຽວທີ່ມີຄຸນນະພາບ ແລະ ປະກອບສ່ວນສ້າງຄວາມໄວ້ວາງໃຈໃຫ້ແກ່ນະຄອນ ໂຮ່ຈີມິນ ເໝືອນດັ່ງສະຖານທີທ່ອງທ່ຽວທີ່ໄວ້ເນື້ອເຊື່ອໃຈ.

        ມາດຖານການທ່ອງທ່ຽວ ອາຊຽນ ໄດ້ວາງອອກບັນດາຄຳຮຽກຮ້ອງກ່ຽວກັບການຄຸ້ມຄອງ, ຫຼຸດຜ່ອນການນຳໃຊ້ພະລັງງານ, ນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ບຳບັດສິ່ງເສດເຫຼືອຢ່າງມີປະສິດທິຜົນ… ເມື່ອປະຕິບັດຕາມມາດຖານນີ້, ນະຄອນ ໂຮ່ຈີມິນ ສາມາດຮັກສາຄວາມດຸ່ນດ່ຽງລະຫວ່າງການພັດທະນາການທ່ອງທ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ