ນະຄອນ ໂຮ່ຈີມິນ ຜັນຂະຫຍາຍວັນບຸນໃຫຍ່ວິສາຂະບູຊາ ພສ 2556
ພາບປະກອບຈາກອີນເຕີເນັດ
(vovworld) - ວັນທີ 12/4, ຢູ່ນະຄອນ ໂຮ່ຈີມິນ, ຄະນະບໍລິຫານງານສະມາຄົມພຸດທະສາສະໜານະຄອນ ໄດ້ຜັນຂະຫຍາຍແຜນການຈັດຕັ້ງວັນບຸນໃຫຍ່ວິສາຂະບູຊາ ແລະ ສັບປະດາ ວິສາຂະບູຊາ ພສ 2556 ຂອງສະມາຄົມພຸດທະສາສະໜານະຄອນ. ຕາມນັ້ນແລ້ວ, ວັນບຸນໃຫຍ່ວິສາຂະບູຊາ ພສ 2556 ຢູ່ນະຄອນ ໂຮ່ຈີມິນ ຈະໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດໃຫຍ່, ສົມກຽດ, ແມ່ນວັນບຸນວັດທະນະທຳເຫຼື້ອມໃສຂອງພະສົງສາມະເນັນພຸດທະສາສະນິກກະຊົນ. ກ່ອນໜ້ານັ້ນ, ໃນລາຍການສັບປະດາວິສາຂະບູຊາ ແຕ່ວັນທີ 28/4 ຫາ 5/5, ຄະນະຜູ້ຕາງໜ້າພຸດທະສາສະໜາຢູ່ 24 ເມືອງ ໄດ້ໃຫ້ຕິດປ້າຍໂຄສະນາ, ທຸງ, ໂຄມໄຟ, ດອກໄມ້ ແລະ ຈັດຕັ້ງການເຄື່ອນໄຫວສະແດງສິລະປະ, ການວາງສະແດງຕ່່າງໆ... ທ່ານ Le Hong Phuc, ຮອງຫົວໜ້າພະແນກພາຍໃນ, ຮອງຫົວໜ້າຄະນະສາສະໜານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
“ຄະນະສາສະໜານະຄອນໄດ້ຊົມເຊີຍ ແລະ ສະໜັບສະໜູນແຜນນະໂຍບາຍຈັດຕັ້ງວັນບຸນໃຫຍ່ວິສາຂະບູຊາປີນີ້. ໃນການຈັດຕັ້ງວັນບຸນໃຫຍ່ວິສາຂະບູຊາປີນີ້ ຖ້າຫາກມີຄວາມຫຍຸ້ງຍາກໃດໆ ຄະນະປະຈຳສະມາຄົມພຸດທະສາສະໜານະຄອນຈະຍືນສະເໜີຕໍການນຳພິຈາລະນາ ແລະ ໃຫ້ການຊ່ວຍເຫຼືອນຳດ້ວຍ ”