ນະຄອນ ໂຮ່ຈີມິນ ແລະ ບັນດາວິສາຫະກິດ ອາເມລິກາ ຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກ

(VOVWORLD) - ຕອນບ່າຍວັນທີ 15 ມິຖຸນາ, ທີ່ນະຄອນ ໂຮ່ຈີມິນ, ທ່ານ ເຈິ່ນຫວີງຕ໋ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ
ນະຄອນ ໂຮ່ຈີມິນ ແລະ ບັນດາວິສາຫະກິດ ອາເມລິກາ ຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກ - ảnh 1ທີ່ການເຮັດວຽກ (ພາບ:  Voh.com.vn)

ໄດ້ມີການເຮັດວຽກກັບຄະນະວິສາຫະກິດ ອາເມລິກາ ໂດຍທ່ານ Daniel Kritenbrink, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ນຳໜ້າ ເພື່ອແລກປ່ຽນກ່ຽວກັບທິດທາງຊຸກຍູ້ການເຄື່ອນໄຫວຮ່ວມມືລະຫວ່າງ 2 ຝ່າຍໃນຂົງເຂດສາທາລະນະສຸກ. ທ່ານ ເຈິ່ນຫວີງຕ໋ວຽນ ຢືນຢັນວ່າ: ນະຄອນ ໂຮ່ຈີມິນ ຊົມເຊີຍບັນດາວິສາຫະກິດ ອາເມລິກາ ທີ່ມີຄວາມສົນໃຈໃນຂົງເຂດສາທາລະນະສຸກຂອງນະຄອນ ແລະ ປາດຖະໜາຢາກແລກປ່ຽນການຮ່ວມມືລະອຽດ, ການຮ່ວມມືພາກລັດ  ແລະ ເອກະຊົນໃນການພັດທະນາພື້ນຖານໂຄງລ່າງສາທາລະນະສຸກ, ໝູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຢີສູງ ເຂົ້າໃນວຽກງານກວດ ແລະ ປີ່ນປົວພະຍາດ.

        ສ່ວນທ່ານ Daniel Kritenbrink, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ປາດຖະໜາຢາກ: ຍູ້ແຮງການເຄື່ອນໄຫວຮ່ວມມືກັບ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ໃນການແລກປ່ຽນບົດຮຽນພັດທະນາເຕັກໂນໂລຢີ ແລະ ການບໍລິການສາທາລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ