(vovworld)- ຕອນເຊົ້າວັນທີ 4/1, ຄະນະຊາວຫນຸ່ມນະຄອນ ດ່າຫນັງ ຈັດຕັ້ງຂະບວນການ“ປີໃຫມ່ປູກຕົ້ນໄມ້” ອາໄລຫາຄຸນງາມຄວາມດີປະທານໂຮ່ຈິມີນ”. ມີຊາວຫນຸ່ມກວ່າ 300 ຄົນ ເຂົ້າຮ່ວມຂະບວນການແລະປູກ ຕົ້ນໄມ້ 2000 ຕົ້ນ. ນີ້ແມ່ນການເຄື່ອນໄຫວເພື່ອຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ຊາວຫນຸ່ມ, ປະຊາຊົນ ກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ, ຍູ້ແຮງການໂຄສະນາແຜນຮ່າງສ້າງ“ ດ່າຫນັງ ນະຄອນແຫ່ງສິ່ງແວດລ້ອມ” ເຖິງຊາວຫນຸ່ມ, ເຍົາວະຊົນໃນນະຄອນ. ທ່ານ ດວ່ານຊວນຮຽວ, ຮອງເລຂາຄະນະຊາວຫນຸ່ມນະຄອນ ດາຫນັງ ໃຫ້ຮູ້ວ່າ:
“ຂະບວນການປີໃຫມ່ປູກຕົ້ນໄມ້ຄັ້ງນີ້ແມ່ນມີຄວາມໝາຍສຳຄັນສຳລັບໄວຫນຸ່ມໃນທົ່ວນະຄອນ ທັງຕອບສະຫນອງຄຳສັ່ງສອນຂອງລຸງໂຮ່“ລະດູບານໃຫມ່ແມ່ນປູກຕົ້ນໄມ້” ພ້ອມທັງແມ່ນໂອກາດເພື່ອໃຫ້ໄວຫນຸ່ມນະຄອນ ດ່າຫນັງສືບຕໍ່ປະຕິບັດບັ້ນຂົນຂວາຍຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃຫມ່.”