ນະຄອນດາຫນັງໃຫ້ຄຳໝັ້ນສັນຍາຫນູນຊ່ວຍການພັດທະນາປະຊາຄົມStarup

(VOVWORLD) -ກອງປະຊຸມ ແລະ ງານວາງສະແດງ Starup  ດາຫນັງ SURF 2017 ດ້ວຍຫົວຂໍ້: “ເຕັກໂນໂລຊີ ແລະ ລະບົບຊີວະພາບ Starup” ໂດຍສູນບັນລຸງວິສາຫະກິດ ດາຫນັງ ຈັດຕັ້ງ ໃນວັນທີ 21 ກໍລະກົດ.
ນະຄອນດາຫນັງໃຫ້ຄຳໝັ້ນສັນຍາຫນູນຊ່ວຍການພັດທະນາປະຊາຄົມStarup - ảnh 1 ຜູ້ແທນເຂົ້າຮ່ວມກອງປະຊຸມ

ກອງປະຊຸມ ແລະ ງານວາງສະແດງ Starup  ດາຫນັງ SURF 2017 ດ້ວຍຫົວຂໍ້: “ເຕັກໂນໂລຊີ ແລະ ລະບົບຊີວະພາບ Starup” ໂດຍສູນບັນລຸງວິສາຫະກິດ ດາຫນັງ ຈັດຕັ້ງ ໃນວັນທີ 21 ກໍລະກົດ. ເຫດການນີ້ ໄດ້ດຶງດູດຜູ້ແທນກວ່າ 2000 ຄົນເຂົ້າຮ່ວມ ຊື່ງແມ່ນບັນດານັກທຸລະກິດ, ຜູ້ໃຫ້ຄຳປຶກສາ, ບັນດາກອງທຶນລົງທຶນ, ຄູ່ຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ, ນັກສຶກສາບັນດາວິທະຍາໄລ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນແອງ, ເລຂາຄະນະພັກນະຄອນ ດາຫນັງ ໃຫ້ຄຳໝັ້ນສັນຍາວ່າ ການນຳນະຄອນ ຍາມໃດກໍ່ເອົາໃຈໃສ່ເຖິງພາລະກິດພັດທະນາປະຊາຄົມ Starup. ທີ່ກອງປະຊຸມ, ບັນດາບົດປະກອບຄຳເຫັນ, ວາລະປຶກສາຫາລື, ການໂອ້ລົມສົນທະນາ ຂອງກວ່າ 40 ຄົນຊື່ງແມ່ນນັກປະຖະກະຖາ , ຜູ້ຊ່ຽວຊານ Starup ຢູ່ ພາຍໃນ ແລະ ຕ່າງປະເທດ ໄດ້ເຕື້ອງເຖິງຫລາຍຫົວເລື່ອງກ່ຽວກັບ ກະແສ Starup ປະຈຸບັນ ຄື: ລະບົບຊີວະພາບ Starup ຫາກໍ່ພົ້ນເດັ່ນ, ບັນດາບົດຮຽນ ຈາກ ອາຊີ - ອາຊີຕາເວັນອອກສ່ຽງໃຕ້, ການປ່ຽນໃຫມ່ຫົວຄິດປະດິດສ້າງແລະອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ