ນະຄອນວູ້ງເຕົ່າ ແມ່ນຕົວເມືອງລະດັບ 1 ໃນແຂວງ ບາເຣ້ຍ ວູ້ງເຕົ່າ
(ພາບ: chinhphu.vn)
(vovworld) - ວັນທີ 24 ສິງຫາ, ນະຄອນວູ້ງເຕົ່າ (ແຂວງ ບາເຣ້ຍ ວູ້ງເຕົ່າ, ຫວຽດນາມ) ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ຮັບຮອງນະຄອນ ວູ້ງເຕົ່າ ແມ່ນ ຕົວເມືອງລະດັບ 1 ຂຶ້ນກັບແຂວງ ບາເຣ້ຍ ວູ້ງເຕົ່າ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດດຖະມົນຕີ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ເລື່ອງນະຄອນວູ້ງເຕົ່າໄດ້ຮັບຮູ້ແມ່ນຕົວເມືອງລະດັບ 1 ໄດ້ສະແດງໃຫ້ເຫັນການເຄົາລົບ ແລະ ຕີລາຄາສູງຂອງລັດຖະບານ ສຳລັບບັນດາຜົນງານທີ່ບັນລຸໄດ້ໃນການອອກແຮງງານທີ່ມີຫົວຄິດປະດິດສ້າງ, ການສູ້ຊົນຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຢ່າງບໍ່ຢຸດຢັ້ງໃນຫຼາຍປີຜ່ານມາ. ກາຍເປັນຕົວເມືອງລະດັບ 1 ແມ່ນເງື່ອນໄຂສະດວກເພື່ອໃຫ້ວູ້ງເຕົ່າ ຊຸກຍູ້ການພັດທະນາເສດຖະກິດ, ໂດຍສະເພາະແມ່ນເສດຖະກິດທະເລຕິດພັນກັບການຮັບປະກັນການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ແລະ ເຂດທະເລ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຕັກເຕື່ອນວ່າ ທ້ອງຖິ່ນຕ້ອງເອົາໃຈໃສ່ຍົກລະດັບວຽກງານຄຸ້ມຄອງຕົວເມືອງ, ນຳໃຊ້ວິທະຍາສາດ ເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນໄດ້ດີກວ່າ.