ນ​ະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ນະ​ຄອນຫຼວງ ວຽງ​ຈັນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) -ຕອນບ່າຍວັນທີ 26 ສິງຫາ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ.
ນ​ະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ນະ​ຄອນຫຼວງ ວຽງ​ຈັນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 1ພິທີມອບ-ຮັບຂອງຂວັນຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ໃຫ້ແກ່ປະຊາຊົນນະຄອນຫຼວງ ວຽງຈັນ ແລະ 8 ແຂວງຢູ່ພາກເໜືອ ລາວ (ພາບ: TTXVN)

ນະທີ່ນີ້, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ເນັ້ນໜັກເຖິງການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ໄມຕີຈິດມິດຕະພາບແບບພິເສດ ລະຫວ່າງສອງປະເທດ, ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຮ່າໂນ້ຍ ຍາມໃດກໍເຄົາລົບ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສະມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ລາວ ກໍຄືທ້ອງຖິ່ນແຫ່ງຕ່າງໆຂອງ ລາວ ຢ່າງບໍ່ຢຸດຢັ້ງ, ພິເສດແມ່ນນະຄອນຫຼວງ ວຽງຈັນ. ຮ່າໂນ້ຍ ຊົມເຊີຍ ແລະ ຈະສ້າງເງື່ອນໄຂສະດວກ ໃຫ້ຈັດບັນດາການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ການແລກປ່ຽນຮ່ວມມືລະຫວ່າງບັນດາອົງການຈັດຕັ້ງພັກ, ບັນດາອົງການວິຊາການຂອງສອງນະຄອນຫຼວງສອງປະເທດ. ຮ່າໂນ້ຍ ກໍມີຄວາມປາດຖະໜາວ່າ ຈະໄດ້ຮັບການສະໜັບສະໜູນຈາກພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພື່ອພ້ອມກັບບັນດາທ້ອງຖິ່ນຂອງ ລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນໃນການສ້າງ ແລະ ພັດທະນາໃນທຸກຂົງເຂດ.

ໃນຂອບເຂດການເຮັດວຽກຄັ້ງນີ້, ກໍໄດ້ດຳເນີນພິທີມອບ-ຮັບຂອງຂວັນຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ໃຫ້ແກ່ປະຊາຊົນນະຄອນຫຼວງ ວຽງຈັນ ແລະ 8 ແຂວງຢູ່ພາກເໜືອ ລາວ ດ້ວຍມູນຄ່າ 200.000 USD ພ້ອມດ້ວຍວັດຖຸອຸປະກອນການແພດ ເພື່ອໜູນຊ່ວຍແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ