(vovworld) - ວັນທີ 29/11, ຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ, ໂດຍທ່ານເລຂາຄະນະພັກແຂວງ ຟ້າມກວາງຫງີ້ ນຳໜ້າ, ໄດ້ສິ້ນສຸດການຢ້ຽມຢາມເປັນເວລາ 11 ວັນ, ຢູ່ 4 ປະເທດເອີລົບຄື: ສະຫະພັນລັດເຊຍ, ໂປໂລຍ, ສ.ເຊັກ, ຮຸງກາຣີ.
ທີ່ສະຫະພັນລັດເຊຍ, ຄະນະຜູ້ແທນໄດ້ມີການພົບປະກັບທ່ານຮອງປະທານຜູ້ທີໜຶ່ງ ສະພາດູມາແຫ່ງຊາດລັດເຊຍ, ທັງເປັນຮອງປະທານຜູ້ທີໜຶ່ງກຳມາທິການພັກກອມມູນິດສະຫະພັນລັດເຊຍ Ivan Melnikov ແລະ ເຈລະຈາກັບການນຳນະຄອນ ມົດສກູ. 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການລະອຽດ ເພື່ອແນໃສ່ເພີ່ມທະວີ ແລະ ເປີດກວ້າງການພົວພັນຫຼາຍດ້ານລະຫວ່າງ 2 ນະຄອນຫຼວງ ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ... ເນື່ອງໃນໂອກາດນີ້, ທ່ານຮອງເຈົ້າຄອງນະຄອນມົດສກູ ແລະ ທ່ານຮອງປະທານຄະນະກຳມະການປະຊາຊົນຮ່າໂນ້ຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບໄມຕີຈິດມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ນະຄອນ.
ທີ່ການຕ້ອນຮັບຄະນະຜູ້ແທນນະຄອນຮ່າໂນ້ຍ, ການນຳນະຄອນ Vacsava, ປະເທດໂປໂລຍ, ປາດຖະໜາຢາກຊຸກຍູ້ການຮ່ວມມື ແລະ ແລກປ່ຽນບົດຮຽນກັບນະຄອນຮ່າໂນ້ຍ ໃນວຽກງານອະນຸລັກຮັກສາມໍລະດົກ ແລະ ພັດທະນາເສດຖະກິດສັງຄົມ.
ທີ່ບັນດາການເຮັດວຽກກັບທ່ານຮອງປະທານພັກກອມມູນິດສ.ເຊັກ ແລະ Moravia ພ້ອມກັບການນຳນະຄອນ Praha, 2 ຝ່າຍເຫັນດີຊຸກຍູ້ການຮ່ວມມືໃນວຽກງານຄຸ້ມຄອງເຂດຕົວເມືອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກວັດທະນະທຳ, ການຮ່ວມມືດ້ານເສດຖະກິດ, ການທ່ອງທ່ຽວ...
ທີ່ປະເທດຮຸງກາຣີ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຟ້າມກວາງຫງີ້ ແລະ ເຈົ້າຄອງນະຄອນ Budapest ຢືນຢັນ ຈະສືບຕໍ່ປະຕິບັດບັນດາເອກະສານຮ່ວມມືລະຫວ່າງ 2 ນະຄອນທີ່ໄດ້ຮັບການລົງນາມໂດຍໄວເປັນຢ່າງດີ, ພ້ອມທັງສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນແລກປ່ຽນ, ຮ່ວມມືລະຫວ່າງບັນດາເມືອງ, ອົງການທີ່ມີໜ້າທີ່, ສ້າງພື້ນຖານໃຫ້ແກ່ການຮ່ວມມືອັນຍາວນານລະຫວ່າງ 2 ນະຄອນຢ່າງໝັ້ນຄົງເຂັ້ມແຂງ.