ນະຄອນໂຮ່ຈິມິນ ຈັດການພົບປະ ສະເຫຼີມສະຫຼອງວັນສະຖາປະນາ ສ.ຮຸງກາລີ

ນະຄອນໂຮ່ຈິມິນ ຈັດການພົບປະ ສະເຫຼີມສະຫຼອງວັນສະຖາປະນາ ສ.ຮຸງກາລີ - ảnh 1
( ​ສະ​ເຫຼີ​ມສະຫຼອງວັນ​ສະຖາປະນາ ສ.ຮຸງ​ກາລີ ເມືອປີ 2011 )

(vovworld) -     ​ ຕອນ​ບ່າຍ​ວັນ​ທີ 20/8, ຢູ່​ນະຄອນ​ໂຮ່ຈິ​ມິນ, ຫວຽດນາມ, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ​ແລ​ະ ສະມາຄົມ​ມິດຕະພາບ​ຫວຽດນາມ - ຮຸງ​ກາລີ ນະ​ຄອນ​ໂຮ່ຈິ​ມິນ ​ໄດ້ຈັດ​ການ​ພົບ​ປະ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ ສ.ຮຸງ​ກາລີ. ​ໃນ​ປີ 2011, ຍອດ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ​ກວ່າ 168 ລ້ານ USD. ​ມາ​ຮອດ​ປະຈຸ​ບັນ, ຮຸງ​ກາລີ ມີ​ 11 ໂຄງການ FDI ທີ່​ຍັງ​ມີ​ຜົນ​ສັກສິດ​ຢູ່​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ເງິນ​ຈົດ​ຖະບຽນ​ກວ່າ 45 ລ້ານ USD, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​​ເຂດ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ… ທ່ານ Le Minh Triet, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຮຸງ​ກາລີ ນະຄອນ​ໂຮ່ຈິ​ມິນ ​ເວົ້າ​ວ່າ.

“ປະຈຸ​ບັນນ້ຳ​ໃຈ​ຂອງ​ຊາວຮຸງ​ກາລີ ຕໍ່ກັບ​ຫວຽດນາມ ​ແມ່ນ​ຍັງ​​ເໝືອນ​ເດີມ, ຄວາມ​ສາມັກຄີ​ມິດຕະພາບຍັງ​ໄດ້​ຮັບ​ການ​ເສີ​ມຂະຫຍາຍ. ​ເຖິງ​ແມ່ນ​ວ່າ​ປະຈຸ​ບັນເສດຖະກິດຂອງ ຮຸງ​ກາລີ​ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແຕ່​ຍັງ​ສືບ​ຕໍ່​ຮ່ວມ​ມື​ກັບ​ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ, ລະອຽດ​ແມ່ນ ຮຸງ​ກາລີ​ ຍັງ​ຊ່ວຍ​ເຫຼືອ​ຫວຽດນາມ ກໍ່ສ້າງ​ໂຮງໝໍປິ່ນປົວ​ໂລກ​ມະ​ເຮັງ, ກ້ອນ​ເບົ້າ ຢູ່​ນະຄອນ​ເ​ກິນ​ເທີ. ​ເນື່ອງ​ໃນ​ໂອກາດ​ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ນ້ຳ​ໃຈ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ​​ໃຫ້ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ”.



ຂ່າວ/ບົດ​ອື່ນ