ນະຄອນໂຮ່ຈິມິນ ຈັດການພົບປະ ສ້າງສັນໃນໂອກາດວັນຊາດໄທ

ນະຄອນໂຮ່ຈິມິນ ຈັດການພົບປະ ສ້າງສັນໃນໂອກາດວັນຊາດໄທ - ảnh 1

ທ່ານ​ນາງຫົວໜ້າ​ກົງ​ສູນ​ໄທປະຈຳ​ນະຄອນ​ໂຮ່ຈິ​ມິນ (​ເບື້ອງຊ້າຍ)

(ພາບ:qrt.vn)

(VOV)-  ວັນ​ທີ 7/12,  ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ-​ໄທ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດການ​ພົບປະ​ສ້າງສັນ​ໃນ​ໂອກາດ​ວັນຊາດ​ໄທ ຄົບຮອບ 85 ປີ (5/12/1927-5/12/2012). ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງພັນ​ພິມົນ ສຸວັນນະ​ພົງ ຫົວໜ້າ​ກົງ​ສູນ​ໄທ ປະຈຳ​ນະຄອນ​ໂຮ່ຈິ​ມິນ ຢັ້ງຢືນ​ວ່າ: ກົງ​ສູນ​ໃຫ່ຍ​ໄທ ປະຈຳນະຄອນ​ໂຮ່ຈິ​ມິນ ​ແລະ ປະຊາ​ຄົມ​ຊາວ​ໄທ ຢູ່​ນະຄອນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ໃນ​ການ​ເພີ່ມ​ທະວີ​ ​ແລະ ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ່ວາ​ອີກ ​ເພື່ອ​ສາມາດ​ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວສັງຄົມ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ຫວຽດນາມ.

    ປະຈຸ​ບັນ, ​ໄທ ມີ 292 ​ໂຄງການ​ລົງທຶນ​ໂດຍ​ກົງ​ທີ່​ຍັງ​ມີ​ຜົນ​ສັກສິດ​ຢູ່​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 6 ຕື້​ໂດ​ລາ​ສະຫະລັດ, ຢືນ​ອັນ​ດັບ​ທີ 10 ​ໃນ​ຈຳນວນ 96 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ເຂົ້າຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ນີ້, ສົງ​ສູນ​ໃຫ່ຍ​ໄທ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ມອບ​ເງິນ​ຈຳນວນ 20 ລ້ານ​ດົ່ງ ​ແລະ 1000 ​ໂດ​ລາ​ສະຫະລັດ ​​ໃຫ້​ແກ່ສະມາຄົມ​ມິດຕະພາບ​ຫວຽດນາມ-​ໄທ.

 

 

ຂ່າວ/ບົດ​ອື່ນ