ນະຄອນໂຮ່ຈີມິນ ຈັດທິມສັກວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຕື່ມອີກ 240 ທິມ

(VOVWORLD) -ພະແນກສາທາລະນະສຸກນະຄອນໂຮ່ຈີມິນ ມີເອກະສານດ່ວນຮຽກຮ້ອງໃຫ້ຫົວໜ້າບັນດາໂຮງໝໍໃນບໍລິເວນ ຈົ່ງຮີບເຮັ່ງເພີ່ມບັນດາທິມເຂົ້າຮ່ວມການສັກວັກຊິນກັນໂຄວິດ-19 ຕື່ມອີກ.
ນະຄອນໂຮ່ຈີມິນ ຈັດທິມສັກວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຕື່ມອີກ 240 ທິມ - ảnh 1ສັກວັກຊິນກັນໂຄວິດ-19
(ພາບ: TTXVN)

ເພື່ອແນໃສ່ຮັບປະກັນກຳລັງຄວາມສາມາດໃນການສັກວັກຊິນກັນໂຄວິດ-19 ໃຫ້ຖືກຕ້ອງຕາມຄວາມຄືບໜ້າ ແລະ ຕອບສະໜອງຄວາມຮຽກຮ້ອງໃນການປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ, ວັນທີ 24 ມິຖຸນາ, ພະແນກສາທາລະນະສຸກນະຄອນໂຮ່ຈີມິນ ມີເອກະສານດ່ວນຮຽກຮ້ອງໃຫ້ຫົວໜ້າບັນດາໂຮງໝໍໃນບໍລິເວນ ຈົ່ງຮີບເຮັ່ງເພີ່ມບັນດາທິມເຂົ້າຮ່ວມການສັກວັກຊິນກັນໂຄວິດ-19 ຕື່ມອີກ.

        ໃນເອກະສານໄດ້ຮຽກຮ້ອງໃຫ້ບັນດາໂຮງໝໍເພີ່ມຕື່ມ 240 ທິມສັກວັກຊິນ, ກຽມພ້ອມທີ່ຈະອອກເດີນທາງໄປຮັບໜ້າທີ່ສັກວັກຊິນໃນວັນທີ 24 ມິຖຸນາ. ສູນສຸກເສີນ 115 ພ້ອມກັບທຸກໂຮງໝໍໃນບໍລິເວນນະຄອນໄດ້ຈັດການເວນຍາມສຸກເສີນ ພ້ອມກັບພາຫະນະ, ລົດພະຍາບານກໍ່ກຽມພ້ອມຢູ່ທຸກເຂດສັກວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ