ຄວາມເຈັບປວດກ່ຽວກັບທາດພິດສີສົ້ມ/ດີໂອຊິນ
(ພາບ:qdnd.vn)
( vovworld ) – ພິທີລະນຶກ 51 ປີແຫ່ງວັນເກີດວິນາດສະກຳທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ (10/8/1961-10/8/2012) ໂດຍສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນະຄອນໂຮ່ຈິມິນຈັດຂຶ້ນໄດ້ດຳເນີນໄປໃນຕອນເຊົ້າວັນທີ 5/8. ເນື່ອງໃນໂອກາດນີ້, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນະຄອນໂຮ່ຈິມິນ ໄດ້ມອບທຶນສຶກສາໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ 112 ຄົນຊື່ງແມ່ນແບບຢ່າງດີເດັ່ນໃນການຜ່ານຜ່າຄວາມຫຍຸ້ງຍາກ ແລະ ມີຜົນງານການຮຽນດີ. ທ່ານພົນຈັດຕະວາ Tran Ngoc Tho ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ລະນຶກ 51 ປີແຫ່ງວັນເກີດວິນາດສະກຳທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ, ນີ້ແມ່ນຄວາມເຈັບປວດໃຫ່ຍທີ່ສຸດຂອງຊາດຫວຽດນາມ. ພວກຂ້າພະເຈົ້າພວມດຳເນີນການຟ້ອງຮ້ອງຄັ້ງໃໝ່, ໂຄສະນາກ່ຽວກັບຄວາມຍຸດຕິທຳໃນບັນດາພາຫະນະສື່ມວນຊົນ. ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນຊີວິດປະຈຳວັນ, ສະນັ້ນພວກຂ້າພະເຈົ້າຈະປິ່ນປົວ, ສອນວິຊາຊີບ ແລະ ລ້ຽງດູຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ….“