ນະຄອນໂຮ່ຈີມິນ ອັດວັນບຸນທ່ອງທ່ຽວ

ນະຄອນໂຮ່ຈີມິນ ອັດວັນບຸນທ່ອງທ່ຽວ - ảnh 1
ຮ້ານວາງສະແດງແຫ່ງໜຶ່ງຢູ່ວັນບຸນ
(ພາບປະກອບ)

(vovworld) - ​​ ພາຍຫຼັງ​ເຄື່ອນ​ໄຫວ​ມາ​ເປັນ​ເວລາ 4 ວັນ, ຕອນ​ຄຳ່​ວັນ​ທີ 7/4, ວັນ​ບຸນ​ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ ​ຄັ້ງ​ທີ 9 ປີ 2013 ຖືກ​ອັດ​ລົງ. ວັນ​ບຸນ​ມີ​ຫຼາຍ​ລາຍການ​ໂຄສະນາ​ເຜີຍ​ແຜ່​ການທ່ອງທ່ຽວ​ທີ່​ມີ​ຊີວິດ​ຊີວາ ​ແລະ ດຶງ​ດູດ​ດ້ວຍ​ວັດທະນະທຳ, ສິລະ​ປະ, ອາຫານ​ການ​ກິນ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ຫຼາຍ​​ເຂດພາກ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ໃບ​ຍ້ອງຍໍ, ຂອງຂວັນ​ໃຫ້​ບັນດາ​ຫົວໜ່ວຍທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ການທ່ອງທ່ຽວ, ບັນດາ​ຮ້ານ​ວາງສະ​ແດງສວຍ​ງາມ, ອາຫານ​​ເຍື່ອງ​ທີ່​ແຊບນົວ ​ແລະ ບັນດາ​ຮູບ​ພາບ​ທ່ອງ​ທ່ຽວ​ຫວຽດນາມ ທີ່​ສວຍງາມ.​..​ ທ່ານ ​ເຈີ​ນວັນ​ລອງ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ ສື່ສານ ທ່ອງ​ທ່ຽວ ຫວຽດ, ຖື​ວ່າ:

        “ຜ່ານ​ການ​ຈັດ​ຕັ້ງ​ວັນ​ບຸນ​ທ່ອງ​ທ່ຽວຫຼາຍ​ເທື່ອ, ຂ້າພະ​ເຈົ້າ​ເຫັນ​ວ່າ: ລາຍການ​ມີ​ຂອບ​ຂະໜາດ​ໃຫຍ່​ແຕ່​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ​ແລະ ການຈັດ​ຕັ້ງ​ຍັງ​ບໍ່​ທັນ​ເປັນ​ເຄື່ອງໝາຍ​ການ​ຄ້າ. ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຮູ້​ເຖິງ ​ແລະ ​ແຕ່​ລະ​ປີ​​ເມື່ອ​ຮອດ​ໂອກາດ​ນີ້​​ເຂົາ​ເຈົ້າຈະ​ມາ​ເຂົ້າ​ຮ່ວມ”

        ວັນ​ບຸນ​ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ ປີ 2013 ມີ​ຫົວ​ຂໍ້​ວ່າ: “ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ: ​ເຄື່ອງໝາຍ​ການ​ຄ້າ - ການ​ເຊື່ອມ​ໂຍງ - ພັດທະນາ” ​ໄດ້ດຶງ​ດູດ 80 ຫົວ​ໜ່ວຍ​ເຂົ້າ​ຮ່ວມ ດ້ວຍ​ຮ້ານ​ວາງສະ​ແດງ​ສິນຄ້າ 120 ຮ້ານ.

 

ຂ່າວ/ບົດ​ອື່ນ