ນະຄອນໂຮ່ຈິມິນ ແລະ ຍີ່ປຸ່ນ ເພີ່ມທະວີ ການຮ່ວມມືຮອບດ້ານ
ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລຮ່ວາງກວນ
ຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດໜຸ່ມ ພັກປະຊາທິປະໄຕເສລີຍີ່ປຸ່ນ
(ພາບ: TTXVN)
(vovworld) – ຕອນຄໍ່າວັນທີ 27/08, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລຮ່ວາງກວນ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດໜຸ່ມ ພັກປະຊາທິປະໄຕເສລີຍີ່ປຸ່ນ ໂດຍທ່ານ Matsumoto Yhei, ສະມາຊິກສະພາຕໍ່າ, ຫົວໜ້າຄະນະຊາວໜຸ່ມພັກປະຊາທິປະໄຕເສລີຍີ່ປຸ່ນ ນຳໜ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ. ທ່ານເລຮ່ວາງກວນ ຢືນຢັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ຍີ່ປຸ່ນ ນັບມື້ນັບໄດ້ຮັບການພັດທະນາໃນທຸກຂົງເຂດ ລວມທັງເສດຖະກິດ, ວັດທະນະທຳ, ສັງຄົມ, ການສຶກສາ ແລະ ທ່ອງທ່ຽວ. ທ່ານເລຮ່ວາງກວນ ໃຫ້ຮູ້ວ່າ ໄລ່ຮອດເດືອນ 07/2014, ຍີ່ປຸ່ນ ໄດ້ລົງທຶນເກືອບ 700 ໂຄງການຢູ່ນະຄອນ ດ້ວຍຍອດຈຳນວນທຶນກວ່າ 3,2 ຕື້ USD, ກາຍເປັນໜຶ່ງໃນບັນດາປະເທດອັນດັບໜຶ່ງໃນການລົງທຶນເຂົ້ານະຄອນ.
ແລະກໍ່ໃນວັນດຽວກັນ, ທ່ານ ຫວໍວັນເທືອງ, ຮອງເລຂາຄະນະພັກຜູ້ປະຈຳການຄະນະພັກນະຄອນໂຮ່ຈິມິນ ກໍ່ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດໜຸ່ມ ພັກປະຊາທິປະໄຕເສລີຍີ່ປຸ່ນ ເຊັ່ນດຽວກັນ.