ນະຄອນໂຮ່ຈີມິນ ແລະ ແຂວງອັດຕະປື(ລາວ)ຮ່ວມມືໃນຫຼາຍຂົງເຂດ
ທ່ານ ດິງລາທັງ, ເລຂາຄະນະພັກນະຄອນໂຮ່ຈີມິນ ໃຫ້ການຕ້ອນຮັບ
ທ່ານ ນາມ ວິຍະເກດ, ເລຂາພັກແຂວງເຈົ້າແຂວງ ແຂວງອັດຕະປື
(ພາບ: congan)
(vovworld) – ໃນວັນທີ 29/5, ຢູ່ນະຄອນໂຮ່ຈີມີນ, ທ່ານ ດິງລາທັງ, ເລຂາຄະນະພັກນະຄອນໂຮ່ຈີມິນ ໃຫ້ການຕ້ອນຮັບ ພະນັກງານຂັ້ນສູງແຂວງອັດຕະປື (ລາວ) ໂດຍ ທ່ານ ນາມ ວິຍະເກດ, ເລຂາພັກແຂວງເຈົ້າແຂວງ ແຂວງອັດຕະປື ນຳໜ້າ. ທ່ານ ດິງລາທັງ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະຮ່ວມມື ກັບບັນດາທ້ອງຖິ່ນຂອງລາວ, ໃນນັ້ນມີແຂວງອັດຕະປື. ທ່ານ ດິງລາທັງ ປາດຖະໜາວ່າ: ບັນດາລາຍການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນສູງກວ່າອີກ. ສ່ວນ ທ່ານ ນາມ ວິຍະເກດ ສະແດງຄວາມຂອບອົກຂອບໃຈ ນະຄອນໂຮ່ຈີມິນ ໃນໄລຍະຜ່ານມາ ໄດ້ໜູນຊ່ວຍແຂວງ ໃນຫຼາຍຂົງເຂດເຊັ່ນ: ສາທາລະນະສຸກ, ການສຶກສາ, ການຄົມມະນາຄົມ. ທ່ານ ນາມ ວິຍະເກດ ປາດຖະໜາວ່າ ໃນໄລຍະຈະມາເຖິງ ນະຄອນໂຮ່ຈີມິນ ຈະສືບຕໍ່ໜູນຊ່ວຍແຂວງອັດຕະປື ໃນຂົງເຂດ ການບໍລິການການທ່ອງທ່ຽວ, ອຸດສາຫະກຳ, ການສຶກສາກໍ່ສ້າງ.