ນະຄອນໂຮ່ຈິມິນ ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍແຂວງຫົວພັນ-ລາວ

 ນະຄອນໂຮ່ຈິມິນ ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍແຂວງຫົວພັນ-ລາວ - ảnh 1
ນະຄອນໂຮ່ຈິມິນ

(ພາບ:sggp.org.vn)

( vovworld ) – ​ວັນທີ 24/5, ໃນການຕ້ອນຮັບທ່ານຄຳຮຸ່ງ ເຮືອງວົງສີ, ເຈົ້າແຂວງໆຫົວພັນ, ທ່ານ Le Hoang Quan, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ເນັ້ນໜັກວ່າ: ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆຂອງ​ສອງ​ປະ​ເທດ ​ແມ່ນ​ການ​ປະກອບສ່ວນ​ຫັນ​ການ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ເປັນລະອຽດ. ທ່ານ Le Hoang Quan, ຢືນຢັນ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ນະຄອນ​ໂຮ່ຈິ​ມິນ ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຂອງ​ລາວ​ ຫຼາຍ​ກ່ວາ​ອີກ. ​ໃນ​ນັ້ນມີ​ແຂວງ​ຫົວພັນ ຊື່​ງ​ແມ່ນ​ແຂວງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແຕ່​ມີ​ບັນດາຄວາມ​ສາມາດ​ບົ່ມ​ຊ້ອນດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ອຸດົມສົມບູນ. ທາງນະຄອນ​ໃຫ້​ຄຳໝັນສັນຍາ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫົວພັນ​ ​ໃນ​ໂຄງການ​ກໍ່ສ້າງ​ສຳນັກງານ​ເຮັດ​ວຽກ​ຂອງ​ອຳນາດ​ການ​ປົກຄອງ​ແຂວງ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານ Le Thanh Hai ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນຮະ​ຄອນ​ໂຮ່ຈິ​ມິນ ​ໄປ​ຢ້ຽມຢາມ​ແຂວງ​ຫົວພັນ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ກັບ​ແຂວງ​ຫົວພັນ​ ເວົ້າວະ​ເພາະ ​ແລະ ກັບປະ​ເທດ​ລາວ ​ເວົ້າລວມ.

 

 

 

 

 

 

ຂ່າວ/ບົດ​ອື່ນ