ນະ​ຄອນ​ໂຮ່​ຈີ​ມິນ​ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ໄລ​ຍະ​ທີ 2

(VOVWORLD) -ດ້ວຍອັດຕາດອກເບ້ຍໜູນຊ່ວຍ 8,5%, ຄາດວ່າ ນັບແຕ່ນີ້ຮອດທ້າຍປີ 2020, ທາງນະຄອນຈະໜູນຊ່ວຍຈຳນວນເງິນ 111 ຕື້ ດົ່ງ ສຳລັບຈຸນລະວິສາຫະກິດ.
           ນະ​ຄອນ​ໂຮ່​ຈີ​ມິນ​ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ໄລ​ຍະ​ທີ 2 - ảnh 1ຖະໜົົນ ຫງວຽນເຫວ້, ນະຄອນໂຮ່ຈີມິນ (ພາບ: TTXVN) 

        ຕອນບ່າຍວັນທີ 24 ສິງຫາ, ໃນກອງປະຊຸມຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນ, ການນຳນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໄດ້ກວດກາຄືນບັນດາວິສາຫະກິດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແລະ ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງພວມໄຈ້ແຍກເພື່ອວາງອອກແຜນລະອຽດໜູນຊ່ວຍໃຫ້ແກ່ວິສາຫະກິດໃນໄລຍະທີ 2. ທ່ານ ເຈິ່ນແອັງຕວ໊ນ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ແບບວິທີໜູນຊ່ວຍໃນໄລຍະທີ 2 ໃຫ້ແກ່ວິສາຫະກິດ ແມ່ນຈະຄິດໄລ່ເຖິງການສ້າງເງື່ອນໄຂໃຫ້ບັນດາວິສາຫະກິດກູ້ຢືມເງິນທຶນ ເພື່ອຕື່ມໃສ່ແຫຼ່ງທຶນໝູນວຽນ ດ້ວຍອັດຕາດອກເບ້ຍ 8,5% ຕໍ່ປີ  ຍ້ອນມີການໜູນຊ່ວຍຈາກງົບປະມານຂອງນະຄອນ.

        “ດ້ວຍອັດຕາດອກເບ້ຍໜູນຊ່ວຍ 8,5%, ຄາດວ່າ ນັບແຕ່ນີ້ຮອດທ້າຍປີ 2020, ທາງນະຄອນຈະໜູນຊ່ວຍຈຳນວນເງິນ 111 ຕື້ ດົ່ງ ສຳລັບຈຸນລະວິສາຫະກິດ. ສຳລັບວິສາຫະກິດຂະໜາດນ້ອຍ, ງົບປະມານໜູນຊ່ວຍອັດຕາດອກເບ້ຍ ເຊິ່ງບັນດາວິສາຫະກິດນີ້ກູ້ຢືມຈາກບັນດາອົງການສິນເຊື່ອຜ່ານບັນດາທະນາຄານນະໂຍບາຍສັງຄົມ ແມ່ນປະມານ 243 ຕື້ ດົ່ງ”.

ຕອບກັບ

ຂ່າວ/ບົດ​ອື່ນ