ທ່ານເລຮົ່ງກວນ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ໄດ້ຕ້ອນຮັບທ່ານ Rudy Demotte, ຜູ້ວ່າການເຂດ Wallonie
ພາບ:internet
|
(vovworld) - ຕອນບ່າຍວັນທີ 12/4, ທ່ານເລຮົ່ງກວນ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ໄດ້ຕ້ອນຮັບທ່ານ Rudy Demotte, ຜູ້ວ່າການເຂດ Wallonie ລາຊະອານາຈັກແບນຊິກ ພວມຢ້ຽມຢາມແລະເຮັດວຽກຢູ່ ຫວຽດນາມ. ທ່ານເລຮົ່ງກວນ ເນັ້ນຫນັກວ່າ: ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງນະຄອນໂຮ່ຈິມີນ ແລະ ເຂດ Wallonie ແມ່ນໃຫຍ່ຫລວງ, ໃນໄລຍະຈະມາເຖິງສອງຝ່າຍຄວນຊຸກຍູ້, ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດຄື: ເສດຖະກິດ, ວັດທະນະທຳ, ວິທະຍາສາດ, ສິລະປະ, ພື້ນຖານໂຄງລ່າງຄົມມະນາຄົມເຂດຕົວເມືອງ, ເປັນຕົ້ນ ເຂດ Wallonie ຫນູນຊ່ວຍນະຄອນໂຮ່ຈິມີນໃນວຽກງານຄຸ້ມຄອງ, ພັດທະນາທ່າກຳປັ່ນ. ທ່ານ Rudy Demotte ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ ຝ່າຍແບນຊິກຈະມີ 28 ໂຄງການຫນູນຊ່ວຍດ້ານເຕັກນິກ, ຊ່ວຍເຫລືອໃຫ້ແກ່ຫວຽດນາມ, ຊອກຫາບັນດາຮູບການ,ມາດຕະການເພື່ອເສີມຂະຫຍາຍ 28 ໂຄງການດັ່ງກ່າວຢ່າງມີປະສິດທິຜົນ. ສອງຝ່າຍຄວນເພີ່ມທະວີການຮ່ວມມື, ແລກປ່ຽນເພື່ອໃຫ້ບັນດາການເຄື່ອນໄຫວດ້ານການຄ້າ, ການລົງທຶນໃນອະນາຄົດໃຫ້ດີກວ່າ.