ນະຄອນໂຮ່ຈິມິນຜັນຂະຫຍາຍການຮັບເອົາຄຳເຫັນຈາກປຊຊໃສ່ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ)
(ປະມວນກົດໝາຍແພ່ງ)
(vovworld) – ຕອນເຊົ້າວັນທີ 05/03, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍການຮັບເອົາຄຳເຫັນຈາກປຊຊໃສ່ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ) ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 760 ຄົນ ເຊິ່ງແມ່ນຜູ້ຕາງໜ້າບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນກ່ຽວຂ້ອງ.
ທີ່ກອງປະຊຸມ, ຜູ້ແທນໄດ້ຮັບຟັງບົດສະເໜີບັນດາຈຸດໝາຍເປັນພື້ນຖານຂອງປະມວນກົດໝາຍແພ່ງ (ສະບັບປັບປຸງ); ບັນດາບັນຫາຈຸດສຸມຕ້ອງຮັບເອົາຄຳເຫັນຈາກປະຊາຊົນ. ທ່ານ ດ.ຣ ບຸຍມິງຮົ່ງ, ຫົວໜ້າກົມກົດໝາຍແພ່ງ - ເສດຖະກິດ, ກະຊວງຍຸຕິທຳ ໃຫ້ຮູ້ວ່າ.
“ສິ່ງສຳຄັນແມ່ນເຮັດແນວໃດຮັບປະກັນການເຄື່ອນໄຫວດັ່ງກ່າວໃຫ້ແທດຈິງ ແລະ ມີປະສິດທິຜົນ. ສະນັ້ນ, ວຽກງານໂຄສະນາຕ້ອງໄດ້ຮັບການປະຕິບັດເປັນຢ່າງດີ ເພື່ອໃຫ້ປະຊາຊົນເຂົ້າໃຈແຈ້ງຄວາມສຳຄັນ, ການກະທົບຂອງປະມວນກົດໝາຍແພ່ງ. ຜ່ານນັ້ນ, ປະຊາຊົນເຂົ້າໃຈໄດ້ໜ້າທີ່ຂອງຕົນໃນການສ້າງປະມວນກົດໝາຍແພ່ງ, ຮັບປະກັນສິດຜົນປະໂຫຍດອັນແທດຈິງໃຫ້ແກ່ຕົນເອງ”.