ນະຄອນໂຮ່ຈີມິນພົບປະສັງສັນກັບສະມາຊິກສະພາແຫ່ງຊາດລຸ້ນຕ່າງໆ

ນະຄອນໂຮ່ຈີມິນພົບປະສັງສັນກັບສະມາຊິກສະພາແຫ່ງຊາດລຸ້ນຕ່າງໆ - ảnh 1
(ທ່ານ ເລແທງຫາຍ ຊີ້ນຳອົງຄະນະພັກນະຄອນ ໂຮ່ຈີມິນ
ຮັບຕ້ອນບັນດາສະມາຊິກສະພາແຫ່ງຊາດ)

(vovworld) – ​​ ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວປະ​ເທດຄັ້ງ​ທຳ​ອິດ (6/1/1946 – 6/1/2016), ຕອນ​ເຊົ້າ​ວັນ​ທີ 4/1, ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫວຽດນາມ ລຸ້ນຕ່າງໆ. ​ໃນ​ຊຸມ​ປີຜ່ານມາ, ປະກອບສ່ວນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ສະພາ​ແຫ່ງ​ຊາດ​ທົ່ວ​ປະ​ເທດ, ລ້ວນ​ແຕ່ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດນະຄອນ ​ໂຮ່ຈີ​ມິນລຸ້ນຕ່າງໆ. ​ແຕ່​ຊຸດ​ທີ 6 (ປີ 1976) ມາ​ຮອດ​ປະຈຸ​ບັນ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນມີ​ການ​ບຸກທະລຸ​ຫລາຍ​ຢ່າງ, ວິທີ​ການ​ໃໝ່​ໃນ​ບັນດາ​ຂົງ​ເຂດ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດຫລາຍ​ຢ່າງ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ສະພາ​ແຫ່ງ​ຊາດ. ທ່ານ ຫງວຽນ​ເຕີ໋ນ​ເລີ້​ບ, ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 6 ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ມີ​ຄວາມປິ​ຕິ​ຊົມ​ຊື່ນ​ທີ່​ສຸດ, ​​​ເມື່ອ​ເຫັນ​ວ່າປະ​ເທດ​ ຫວຽດນາມ ​ໄດ້​ມີ​ການປ່ຽນ​​ແປງ​ຫລາຍຢ່າງ​ໃນ 40 ປີຜ່ານ​ມາ. ​ປີ 1976 ປະ​ເທດ​ພວກເຮົາ​ຍັງ​ທຸກ​ຍາກຫລາຍ. ປະຈຸ​ບັນ​ປະ​ເທດ​ຊາດ​ໄດ້​ດີ​ກ່ວາ​ຫລາຍແລ້ວ. ຂ້າພະ​​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ປະ​ເທດ​ເຮົາ​ຈະ​ນັບ​ມື້​ນັບ​ພັດທະນາ​ກ່ວາ​ອີກ. ສິ່ງ​ທີ່​ຂ້າພະ​ເຈົ້າ​ມຸ່ງ​ຫວັງ​ທີ່​ສຸດ​ ແມ່ນ​ລຸ້ນໜຸ່ມຈະ​ເສີມ​ຂະຫຍາຍ​ໄດ້​ບັນດາ​ຜົນງານ​ເຊິ່ງມີ​ຢູ່​ແລ້ວ ​ແລະ ປະຕິບັດ​ວຽກ​ງານ​ ​ເພື່ອ​ຊ່ວຍ​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດທະນາ”.

       

ຂ່າວ/ບົດ​ອື່ນ