ນະຄອນໂຮ່ຈີມິນມອບຂອງຂວັນປີໃໝ່2000ພູດໃຫ້ແກ່ຄົນພິການແລະເດັກກຳພ້າ

ນະຄອນໂຮ່ຈີມິນມອບຂອງຂວັນປີໃໝ່2000ພູດໃຫ້ແກ່ຄົນພິການແລະເດັກກຳພ້າ - ảnh 1
ງານ​ບຸນຕົ້ນ​ໄມ້​ລະດູບານ​ໃໝ່ຄັ້ງ​ທີ 11
(ພາບ: nguoikhuyettathcm.org)

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 24/01, ຄົນ​ພິການ ​ແລະ ​ເດັກ​ກຳພ້າ​ກ່ວາ 800 ຄົນ​ຢູ່​ນະຄອນ ​ໂຮ​່ຈີ​ມິນ ​ໄດ້​ເຂົ້າຮ່ວມ​ງານ​ບຸນ “ຕົ້ນ​ໄມ້​ລະດູບານ​ໃໝ່” ຄັ້ງ​ທີ 15 ​ໂດຍສະມາຄົມ​ອຸປະກະລະຄົນ​ພິການ ​ແລະ ​ເດັກ​ກຳພ້າ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ.

        ດ້ວຍ​ຫົວ​ຂໍ້ “​ເພື່ອ​ຄວາມ​ຮັກ​ແພງ​ມະນຸດ​ດ້ວຍ​ກັນ”, ງານບຸນ​ຕົ້ນ​ໄມ້​ລະດູບານ​ໃໝ່​ອວຍພອນ​ປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016 ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ຈາກ​ບັນດາ​ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ຜູ້​ໃນ​ບຸນ​ໃຈ​ກຸສົນດ້ວຍ​ຍອດຈຳນວນ​ເງິນ ​ແລະ ຂອງຂວັນ​ທີ່​ມີ​ມູນ​ຄ່າ​ກ່ວາ 1 ຕື້​ດົ່ງ. ຈາກ​ການ​ສະໜັບສະໜູນ​ນີ້, ຄົນ​ພິການ ​ແລະ ​ເດັກ​ກຳພ້າ 2000 ຄົນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຮັບ​ຂອງຂວັນ​​ແຕ່ລະຄົນມີ​ມູນ​ຄ່າ 5 ​ແສນ​ດົ່ງ. ທ່ານ​ນາງ ຮ່ວາງ​ທິ​ແຄ໋ງ ປະທານ​ສະມາຄົມ​ອຸປະກະລະຄົນ​ພິການ ​ແລະ ​ເດັກ​ກຳພ້າ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ:

        “ບຸນ​ເຕັດ​ປີ​ນີ້ ​ຄົນ​ພິການ ​ແລະ ​ເດັກ​ກຳພ້າ​ຜູ້ໃດ​ກໍ່​ມີ​ຂອງຂວັນ, ພວກ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມສະຖິຕິ ​ເພື່ອ​​ເຂົ​າ​ເຈົ້າ​ຜູ້​ໃດ​ກໍ່​ມີ​ຂອງ​ຂວັນ​ໃນ​ໂອກາດ​ບຸນ​ເຕັດ”.

ຂ່າວ/ບົດ​ອື່ນ