ນະຄອນໂຮ່ຈີມິນສະເຫຼີມສະຫຼອງ15ປີແຫ່ງຂະບວນການຊາວໜຸ່ມອາສາສະໝັກ

ນະຄອນໂຮ່ຈີມິນສະເຫຼີມສະຫຼອງ15ປີແຫ່ງຂະບວນການຊາວໜຸ່ມອາສາສະໝັກ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ ​ແຫ່ງ​ຂະ​ບວນການ​ຊາວ​ໜຸ່ມ​ອາສາ​ສະໝັກ
(ພາບ: An Hiếu/TTXVN)

(vovworld) - ຕອນ​ຄຳ່​ວັນ​ທີ 18/1, ຢູ່ນະຄອນ​ໂຮ່ຈີມ​ິນ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈີ​ມິນ​ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ ​ແຫ່ງ​ຂະ​ບວນການ​ຊາວ​ໜຸ່ມ​ອາສາ​ສະໝັກ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ, ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ທີ່ ຂະ​ບວນການ​ຊາວ​ໜຸ່ມ​ອາສາ​ສະໝັກຍາດ​ມາ​ໄດ້​ໃນ 15 ປີຜ່ານມາ. ດ້ວຍ​ຊາວ​ໜຸ່ມນັບ​ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ. ຂະ​ບວນການ​ຊາວ​ໜຸ່ມ​ອາສາ​ສະໝັກນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ, ດ້ວຍ​ການ​ເຄື່ອນ​ໄຫວຫຼາຍ​ຮູບ​ຫຼາຍ​ແບບ, ອຸດົມສົມ​ບຸນ ​ແລະ ​ແທດ​ຈິງ. ທ່ານ ​ເລ​ແທງ​ຫາຍ​ ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ປະຈຸ​ບັນ, ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຮີບ​ດ່ວນ​ຂອງ​ຄະນະ​ຊາວ​ໜຸ່ມ ​ແມ່ນ​ເພີ່ມ​ທະວີ​ການ​ສຶກສາ​ດ້ານ​ອຸດົມ​ຄະຕິ, ຄຸນສົມບັດ​ປະຕິວັດ, ​ແບບ​ແຜນ​ດຳລົງ​ຊີວິດ​ວັດທະນະທຳ​ຂອງ​ຊາວ​ໜຸ່ມ​ເຍົາວະ​ຊົນ. ຍ້ອນ​ເຫດ​ນັ້ນ, ອົງການ​ຊາວ​ໜຸ່ມ​ຕ້ອງ​ພັດທະນາຂະ​ບວນການ​ຊາວ​ໜຸ່ມ​ອາສາ​ສະໝັກ​ເຖິງ​ຊາວໜຸ່ມ​ທຸກ​ຊັ້ນ​ໃນ​ທຸກ​ຂົງ​ເຂດຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ກວ່າ​ອີກ.

        ນະ​ພິທີ, ສຸນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ​ ໄດ້​ປຸກລະດົມ​ບັ້ນ​ແຂ່ງຂັນ​ພິ​ເສດ: “​ໄວ​ໜຸ່ມ​ຫວຽດນາມ ​ກ້າວ​ຂຶ້ນ​ພາຍ​ໃຕ້​ທຸງ​ພັກ​ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ“, ຂຳ່ນັບ​ຮັບ​ຕ້ອນ 85 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, 70 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8… ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ອາສາ​ສະໝັກ​ແຫ່ງ​ຊາດ​ປີ 2014​ ໃຫ້ 11 ໝູ່​ຄະນະ ​ແລະ 5 ຄົນ​ທີ່​ດີ​ເດັ່ນ.


ຂ່າວ/ບົດ​ອື່ນ