ນະຄອນໂຮ່ຈີມິນ:ສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລັດເຊຍ
ພາບປະກອບ
(vovworld) - ຕອນຄຳ່ວັນທີ 30/1, ຫົວໜ້າກົງສູນໃຫຍ່ສະຫະພັນລັດເຊຍປະຈຳນະຄອນໂຮ່ຈີມິນ ຈັດຕັ້ງພິທີ ສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ລັດເຊຍ.
ນະພິທີ, ຫົວໜ້າກົງສູນໃຫຍ່ສະຫະພັນລັດເຊຍປະຈຳນະຄອນໂຮ່ຈີມິນ Alekei Vladimirovich Popov ໃຫ້ຮູ້ວ່າ: ປະຈຸບັນຢູ່ລັດເຊຍມີພົນລະເມືອງຫວຽດນາມ 1.500 ກວ່າຄົນພວມໄດ້ຮັບການບຳລຸງສ້າງຢ່າງເປັນທາງການ ແລະ ເກືອບ 3.500 ຄົນພວມໄດ້ຮັບການຮຳ່ຮຽນຕາມສັນຍາ. ຄຽງຂ້າງນັ້ນ, ການແລກປ່ຽນນັກທ່ອງທ່ຽວໄປມາເພີ່ມຂຶ້ນເປັນປະຈຳ. ການພົວພັນລະຫວ່າງສອງປະເທດໃນຂົງເຂດວັດທະນະທຳພວມສືບຕໍ່ເປີດກວ້າງ. ໃນນັ້ນ, ນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາສາຍພົວພັນຮອບດ້ານລະຫວ່າງ ສ.ລັດເຊຍ ແລະ ຫວຽດນາມ.
ທ່ານ ເລແທງລຽມ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ບົນພື້ນຖານການພົວພັນທາງດ້ານການເມືອງລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ ແລະ ຍົກສູງນັ້ນ, ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະສ້າງເງື່ອນໄຂ ແລະ ໜູນຊ່ວຍບັນດາວິສາຫະກິດ, ນັກລົງທຶນ ສ.ລັດເຊຍ ທີ່ຢາກຊອກຮູ້ ແລະ ລົງທຶນໄລຍະຍາວຢູ່ນະຄອນ.