ນະຄອນໂຮ່ຈີມິນສະໜັບສະໜູນບັນດານັກລົງທຶນຕ່າງປະເທດລົງທຶນເຂົ້າບັນດາຂົງເຂດທີ່ນຳມາໃຫ້ມູນຄ່າເພີ່ມສູງ

ນະຄອນໂຮ່ຈີມິນສະໜັບສະໜູນບັນດານັກລົງທຶນຕ່າງປະເທດລົງທຶນເຂົ້າບັນດາຂົງເຂດທີ່ນຳມາໃຫ້ມູນຄ່າເພີ່ມສູງ - ảnh 1
ທ່ານ ຫງວຽນ​ແທ່ງຟອງ ແລະ ທ່ານ Mark Edward Tucker
(ພາບ: VOH)

(vovworld) - ​ ​ ​​ນະຄອນ​ ໂຮ່ຈີ​ມິນ​ ສະໜັບສະໜູນ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ ​ທີ່​ນຳ​ມາ​ໃຫ້​ມູນ​ຄ່າ​ເພີ່ມ​ ​ສູງ ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຫງວຽນ​ແທ່ງຟອງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ທີ່​ການ​ຕ້ອນຮັບ​ທ່ານ Mark Edward Tucker ປະທານ​ທັງ​ເປັນ​ຜູ້ອຳນວຍ​ການ​ໃຫຍ່​ດ້ານ​ບໍລິຫານກຸ່ມ​ບໍລິສັດປະກັນ​​ໄພ AIA ​ໃນ​ຕອນ​ບ່າຍ​ວັນ​ທີ 24/08 ຢູ່​ນະຄອນ ​ໂຮ່ຈີ​ມິນ. ທ່ານ ຫງວຽນ​ແທ່ງ​ຟອງ ​ໃຫ້​ຮູ້​ວ່າ: ຈຸດໝາຍ​ຂອງ​ນະຄອນ​ແມ່ນ​ສູ້​ຊົນ​ກາຍ​ເປັນ​​ໃຈກາງ​ການ​ເງິນ, ການ​ຄ້າ, ວິທະຍາສາດ ​ເຕັກ​ໂນ​ໂລ​ຢີຂອງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ​ໃນ​ນັ້ນ ​ເຂດ​ຕົວ​ເມືອງ ຖູ​ທຽມ ຈະ​ກາຍ​ເປັນ​ໃຈກາງ​ເສດຖະກິດ​ການ​ເງິນ. ​ໃນ​ຊຸມ​ປີຜ່ານມາ, ນະ​ຄອນ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ບັນດາ​ຂົງ​ເຂດ ທີ່​ນຳ​ມາ​ໃຫ້​ມູນຄ່າ​ເພີ່ມ​ສູງ​ຄື: ການ​ບໍລິການ​ການ​ເງິນ, ທະນາຄານ, ປະກັນ​ສັງຄົມ, ການທ່ອງທ່ຽວ…​ດັ່ງ​ນັ້ນ ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ຮັບ​ຟັງ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ເດີນທາງ​ກັບ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກສິ່ງ​ຕິດ​ຂັດ ​ເມື່ອ​ລົງທຶນ​ເຂົ້າ​ນະຄອນ. ປະຈຸ​ບັນ ນະຄອນ ​ໂຮ່ຈີ​ມິນ ພວມ​ສ້າງ​ແຜນ​ຮ່າງ​ນະຄອນ​ສະຫລາດ​ໄລຍະ​ເຖິງ​ປີ 2025 ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ສ້າງ​ສະພາບ​ແວດ​ລ້ອມ​ດຳລົງ​ຊີວິດ​ໃຫ້​ດີ​ກ່ວາ, ປະຊາຊົນ​ ​ແລະ ວິ​ສາ​ຫະກິດ ​ໄດ້​ຮັບການ​ຮັບໃຊ້​ດີ​ກ່ວາ ​ແລະ ປະຊາຊົນ​ເຂົ້າ​ຮ່ວມການ​ຄຸ້ມ​ຄອງ, ການຕິດຕາມ​ກວດກາ​ອຳນາດ​ການ​ປົກຄອງ.

ຂ່າວ/ບົດ​ອື່ນ