ງານວາງສະແດງ ຫວຽດນາມ - ກູບາ, 55 ປີແຫ່ງວັນສາມັກຄີ ແລະ ຮ່ວມມື ຢູ່ຮ່າໂນ້ຍ
(ພາບປະກອບ: Phạm Kiên/TTXVN) |
(vovworld) – ສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ໂຮ່ຈີມິນ ຫາກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 57 ປີແຫ່ງວັນການປະຕິວັດ ກູບາ ບັນລຸຜົນສຳເລັດ ແລະ ຫວນຄືນບັນດາການເຄື່ອນໄຫວຂອງສະມາຄົມໃນປີ 2015.
ໃນປີ 2015 ຜ່ານມາ, ສະມາຄົມມິດຕະພາບ ຫວຽດນາມ - ກູບານະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງບັນດາເຫດການເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ກູບາ ສຳເລັດຜົນ. ສະມາຄົມມິດຕະພາບ ຫວຽດນາມ - ກູບານະຄອນ ໄດ້ສົມທົບກັບ 8 ສາຂາ ແລະ ສະຖານກົງສູນໃຫຍ່ກູບາ ປະຈຳ ນະຄອນ ໂຮ່ຈີມິນ ຈັດຕັ້ງຫຼາຍລາຍການພົບປະແລກປ່ຽນວັດທະນະທຳ, ດຶງດູດການເຂົ້າຮ່ວມຂອງນັກຮຽນ, ນັກສຶກສາ ແລະ ປະຊາຊົນນະຄອນເປັນຈຳນວນຫຼວງຫຼາຍ. ນອກຈາກນັ້ນ, ສະມາຄົມຍັງຈັດຕັ້ງການຢ້ຽມຢາມ ແລະ ມອບຂອງຂວັນທີ່ມີຄວາມໝາຍໃຫ້ປະຊາຊົນ ກູບາ ເປັນຫຼາຍຄັ້ງ. ທ່ານນາງ ເຈືອງທິຮ່ຽນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ໂຮ່ຈີມິນ, ຊີ້ແຈ້ງວ່າ:
“ໃນປີ 2016, ສະມາຄົມຈະສົມທົບກັບສະຖານກົງສູນໃຫຍ່ ກູບາ ປະຈຳນະຄອນ ໂຮ່ຈີມິນ ແລະ ບັນດາສາຂາຈັດຕັ້ງພິທີສະເຫຼີມສະຫຼອງບັນດາເຫດການໃຫຍ່ ຫຼື ບັນດາໄຊຊະນະສຳຄັນຂອງ ກູບາ ແລະ ການເຄື່ອນໄຫວອື່ນໆອີກ. ພິເສດ, ໃນປີນີ້, ພວກເຮົາຈະຊອກວິທີຊຸກຍູ້ບັນດາສາຂາຂອງຕົນເຄື່ອນໄຫວແຮງກ່ວາອີກ, ປະກອບສ່ວນເພີ່ມພູນຄູນສ້າງນຳ້ໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ກູບາ.”