ນະຄອນໂຮ່ຈິມິນແລະນະຄອນໂຕໂຣນໂຕ,ການາດາລົງນາມໃນຂໍ້ຕົກລົງເພີ່ມທະວີການຮ່ວມມື

(VOVWORLD) -ຕອນບ່າຍວັນທີ 16 ຕຸລາ, ທ່ານ ເຈີ່ນວິ້ງຕ໋ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Denzil Minnan Wong, ຮອງເຈົ້າຄອງນະຄອນໂຕໂຣນໂຕ, ປະເທດການາດາ.

ນະຄອນໂຮ່ຈິມິນແລະນະຄອນໂຕໂຣນໂຕ,ການາດາລົງນາມໃນຂໍ້ຕົກລົງເພີ່ມທະວີການຮ່ວມມື - ảnh 1 ນະຄອນໂຮ່ຈິມິນແລະນະຄອນໂຕໂຣນໂຕ,ການາດາລົງນາມໃນຂໍ້ຕົກລົງເພີ່ມທະວີການຮ່ວມມື

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ເຈີ່ນວິ້ງຕ໋ວຽນ ປາດຖະໜາວ່າ, ນະຄອນ ໂຕໂຣນໂຕ ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວມິດຕະພາບ, ຮ່ວມມືໃນຫຼາຍຂົງເຂດເຊິ່ງນະຄອນເອົາໃຈໃສ່ ແລະ ໂຕໂຣນໂຕ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ສ້າງນະຄອນສະຫຼາດ, ການສຶກສາ, ເຕັກໂນໂລຊີ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ນະຄອນ.

        ສິ້ນສຸດການຕ້ອນຮັບ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແລະ ອຳນາດການປົກຄອງ ໂຕໂຣນໂຕ, ການາດາ. ຂໍ້ຕົກລົງເພື່ອແນໃສ່ຢືນຢັນ ສືບຕໍ່ຮັກສາ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືຢ່າງມີປະສິດທິຜົນ ດ້ວຍຈຸດສຸມແມ່ນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຄື: ທ່ອງທ່ຽວ, ກໍ່ສ້າງ, ຄົມມະນາຄົມສາທາລະນະ, ປົກປັກຮັກສາສິ່ງແວດລ້ອມ… ທ່ານ Denzil Minnan Wong ເນັ້ນໜັກວ່າ, ຂໍ້ຕົກລົງຮ່ວມມືຈະແມ່ນພື້ນຖານນິຕິກຳ ແລະ ແມ່ນກຳລັງໜູນໃຫ້ 2 ນະຄອນເພີ່ມທະວີການພົວພັນໃນຫຼາຍຂົງເຂດ, ເພີ່ມທະວີການຮ່ວມມືດ້ານການຄ້າ, ພິເສດແມ່ນຮັດແໜ້ນການພົວພັນລະຫວ່າງອຳນາດການປົກຄອງຂອງ 2 ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ