(vovworld) - ຕອນຄໍ່າວັນທີ 20/9, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານເລຂາພັກແຂວງກວາງສີ ກົ້ວຈິງເຂວງ ແລະ ທ່ານປະທານແຂວງກວາງສີ ໝ່າຊຽວ, ເນື່ອງໃນໂອກາດເຂົ້າຮ່ວມງານຕະຫຼາດນັດວາງສະແດງອາຊຽນ - ຈີນ (CARXPO) ແລະ ກອງປະຊຸມສຸດຍອດການລົງທຶນ - ການຄ້າອາຊຽນ - ຈີນ ຄັ້ງທີ 9, ເຊິ່ງດຳເນີນໄປຢູ່ນະຄອນໜານໜີງ, ແຂວງກວາງສີ, ປະເທດຈີນ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຢືນຢັນວ່າ ພັກ, ລັດຫວຽດນາມ ຈະສືບຕໍ່ສະໜັບສະໜູນຢ່າງແຮງເພື່ອເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຢ່າງຮອບດ້ານ ຕ່າງຝ່າຍຕ່າງປະຜົນປະໂຫຍດລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ແຂວງກາງສີ ໃຫ້ເລິກເຊິ່ງຂຶ້ນເຕີ່ມ. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ບັນດາທ້ອງຖິ່ນຂອງສອງປະເທດຕ້ອນຊາບຊືມການຊີ້ນ້ຳຂອງການນຳຂັ້ນສູງສອງປະເທດໃນການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃນທຸກຂົງເຂດ ເພື່ອກ້າວເຂົ້າສູ້ລວງເລິກຢ່າງບໍ່ຢຸດຢັ້ງ ບົນພື້ນຖານຂຸດຂົ້ນຄວາມສາມາດບົມຊ້ອນ, ທ່າແຮງຂອງແຕ່ລະທ້ອງຖິ່ນ, ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນຄ້າຂາຍຜ່ານຊາຍແດນ, ເພີ່ມທະວີການເຊື່ອມຕໍ່ທາງຄົມມະນາຄົມເພື່ອສ້າງການຕິດຜັນດ້ານເສດຖະກິດລະຫວ່າງບັນດາທ່ອງຖິ່ນຂອງຫວຽດນາມ ກັບແຂວງກວາງສີ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຍູ້ແຮງງານພົບປະແລກປ່ຽນລະຫວ່າງປະຊາຊົນທຸກຊັ້ນວັນນະຂອງສອງປະເທດເທດ, ສືບຕໍ່ຮ່ວມມື ແລະ ສົມທົບກັນຄຸ້ມຄອງເຂດຊາຍແດນໃຫ້ເປັນຢ່າງດີ, ປະຕິບັດເອກະສານ 3 ສະບັບທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນທາງບົກ ແລະ ສັນຍາກ່ຽວກັບເຂດອ່າວທາງພາກເໜືອຢ່າງເຂັ້ມງວດ ເພື່ອສ້າງເສັ້ນຊາຍແດນລະຫວ່າງສອງປະເທດໃຫ້ກາຍເປັນເສັ້ນຊາຍແດງແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢ່າງແທ້ຈິງ.