(vovworld) - ໃນການຕ້ອນຮັບທ່ານ David Woodtton, ເຈົ້າຄອງເຂດການເງິນ ລອນດອນ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນຕອນບ່າຍວັນທີ 24/9, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນການເຮັດວຽກລະຫວ່າງທ່ານ David Woodtton ແລະ ບັນດາອົງການກ່ຽວຂ້ອງ ຂອງຫວຽດນາມ ໃນການຢ້ຽມຢາມຄັ້ງນີ້; ຖືວ່າການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງທ່ານ David Woodtton ຈະຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຫວັງວ່າ ລາຊະອານາຈັກອັງກິດ ຈະໃຫ້ການຮ່ວມມື, ແບ່ງປັນບົດຮຽນໃຫ້ແກ່ຫວຽດນາມໃນຂົງເຂດການເງິນ, ທະນາຄານ, ໃນການສ້າງບັນດາສູນການເງິນຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ, ບຳງລຸງສ້າງພະນັກງານກ່ຽວກັບດ້ານການເງິນ, ທະນາຄານ… ສ່ວນທ່ານ David Woodtton ໃຫ້ຮູ້ວ່າ, ຈຸດໝາຍຂອງການຢ້ຽມຢາມແລະ ເຮັດວຽກຢູ່ຫວຽດນາມ ຄັ້ງນີ້ຂອງຄະນະຜູ້ແທນເຂດການເງິນລອນດອນ ແມ່ນເພື່ອແນໃສ່ເພີ່ມທະວີການເຄື່ອນໄຫວຮ່ວມມືລະຫວ່າງອັງກິດ ກັບ ຫວຽດນາມ ໃນບັນດາຂົງເຂດການເງິນ, ທະນາຄານ. ທ່ານ David Woodtton ໃຫ້ຮູ້ວ່າ, ອັງກິດ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມໃນຂົງເຂດ ກວດສອບບັນຊີ, ຫຼັກຊັບ, ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນກວ່າອີກ.