( vovworld ) - ຕອນບ່າຍວັນທີ 10/6, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ມີການເຮັດວຽກກັບການນຳແຂວງຫວິງລອງ ກ່ຽວກັບສະພາບເສດຖະກິດສັງຄົມຂອງທ້ອງຖິ່ນ. ຕາມທ່ານນາຍົກລັດຖະມົນຕີ Nguyen Tan Dung ແລ້ວ, ແຂວງ ຫວິງລອງ ຄວນສືບຕໍ່ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນກ່ຽວກັບການຜະລິດເຂົ້າສານ, ຕົ້ນໄມ້ກິນໝາກ, ລ້ຽງປູກສິນໃນນ້ຳ, ການທ່ອງທ່ຽວ, ການບໍລິການ, ອຸດສາຫະກຳປຸງແຕ່ງ…
“ ຄວາມສາມາດບົ່ມຊ້ອນຂອງພວກເຮົາຫຍັງໃຫຍ່ຫຼວງຢູ່, ຄວນເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເພື່ອພັດທະນາ, ຕ້ອງຂຸດຄົ້ນຄວາມສາມາດບົ່ມຊ້ອນ ເພື່ອຊອກຫາວິທີພັດທະນາໃຫ້ດີກວ່າ. ທ່າໄດ້ປຽບຂອງແຂວງວິ້ງລອງ ແມ່ນຜະລິດກະສິກຳ, ເຂົ້າສານ, ຕົ້ນໄມ້ກິນໝາກ, ສິ້ນໃນນ້ຳ. ປະຈຸບັນຄວນຄິດໄລຊັ່ງຊາກ່ຽວກັບການຜະລິດໃຫ້ດີ ເພື່ອພັດທະນາຢ່າງມີປະສິດທິຜົນກວ່າ, ຍົກສູງຄວາມສາມາດແກ່ງແຍ້ງໃຫ້ດີກວ່າ. ສ້າງລາຍຮັບ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ສ້າງຄວາມຮັ່ງມີຈາກທ່າໄດ້ປຽບຂອງແຂວງ. ປະຈຸບັນຕ້ອງນຳວິທະຍາສາດເຕັກໂນໂລຊີ, ຕ້ອງຈັດຕັ້ງການຄຸ້ມຄອງການຜະລິດ, ປຸງແຕ່ງຕິດພັນກັບເຕັກໂນໂລຊີການປຸງແຕ່ງ, ເພື່ອຈຳໜ່າຍຢູ່ທັງພາຍໃນ ແລະ ຕ່າງປະເທດ ”.
ຄຽງຂ້າງນັ້ນ, ທ່ານນາຍົກລັດຖະມົນຕີກໍເນັ້ນໜັກວ່າ, ແຂວງ ຫວິງລອງ ຕ້ອງສືບຕໍ່ປະຕິບັດນະໂຍບາຍຊີວິດສັງຄົມເປັນຢ່າງດີ; ເອົາໃຈໃສ່ເຖິງພື້ນຖານດ້ານວັດຖຸໃຫ້ແກ່ຂະແໜງສຶກສາ, ສາທາລະນະສຸກກວ່າອີກ, ຍົກສູງຄຸນນະພາບການສຶກສາບຳລຸງສ້າງ ກໍຄືປະຕິບັດວຽກງານເອົາໃຈໃສ່ເບິ່ງແຍງທາງດ້ານສາທາລະນະສຸກ, ກວດ ປິ່ນປົວພະຍາດໃຫ້ແກ່ປະຊາຊົນເປັນຢ່າງດີ.