ນາຍົກລັດຖະມົນຕີ ສ.ວານົວຕູ ຢ້ຽມຢາມ ນະຄອນໂຮ່ຈິມິນ

ນາຍົກລັດຖະມົນຕີ ສ.ວານົວຕູ ຢ້ຽມຢາມ ນະຄອນໂຮ່ຈິມິນ - ảnh 1
(ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ
ຕ້ອນຮັບນາ​ຍົກ​ລັດຖະມົນຕີ​ແຫ່ງ ສ.ວານົວ​ຕູ)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ວັນ​ທີ 07/10, ນາ​ຍົກ​ລັດຖະມົນຕີ​ແຫ່ງ ສ.ວາ​ນົວ​ຕູ ​ພ້ອມ​ກັບ​ພັນ​ລະ​ຍາ​ໄດ້​​ໄປ​ຮອດ​ນະຄອນ​ໂຮ່ຈິ​ມິນ. ຕອນ​ຄໍ່າ​ວັນດຽວ​ກັນ, ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເປີດ​ງານ​ລ້ຽງ​ຢູ່​ຫໍ​ປະຊຸມ​ເອກະ​ພາບ. ຢູ່​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ເຊື່ອ​ໝັ້ນ​ວ່າ, ພາຍຫຼັງ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ Joe Natuman, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ວານົວ​ຕູ ຈະ​ພັດທະນາ​ຢ່າງ​​ແຮງ ​ແລະ ຈະຖືກຍົກ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ນາຍົກລັດຖະມົນຕີ ວາ​ນົວ​ຕູ Joe Natuman ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ຝ່າຍ​ກວ່າ​ອີກ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ ​ເປັນ​ເວລາ 3 ວັນ, ທ່ານ​ນາຍົກລັດຖະມົນຕີ Joe Natuman ​ໄປ​ຢ້ຽມຢາມ​ຫໍພິພິດ​ຕະພັນຮ່ອງຮ້ອຍ​ສົງ​ຄາມ, ອຸມົງ​ໃຕ້​ດິນ ກູ​້ຈີ, ​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ຢ້ຽມຢາມ​ຟາ​ມປຸງ​ແຕ່ງ​ກຸ້ງຢູ່ ​ເກີນ​ຍື່.

ຂ່າວ/ບົດ​ອື່ນ