ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຄວນຊອກກຳລັງການເຕີບໂຕໃໝ່ຂອງພື້ນຖານເສດຖະກິດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກປ່ຽນແປງໃໝ່ຮູບແບບການເຕີບໂຕແມ່ນວິວັດການຕໍ່ເນື່ອງ, ເໝາະສົມກັບທ່າອ່ຽງຂອງຍຸກສະໄໝໃນສະພາບການວິທະຍາສາດເຕັກໂນໂລຊີພັດທະນາຢ່າງແຮງ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຄວນຊອກກຳລັງການເຕີບໂຕໃໝ່ຂອງພື້ນຖານເສດຖະກິດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 2 ສິງຫາ, ທີ່ສຳນັກງານລັດຖະບານ, ໄດ້ຈັດຕັ້ງວາລະປະຊຸມຄັ້ງທີ 1 ຄະນະຊີ້ນຳແຫ່ງຊາດສ້າງໂຄງປະກອບພື້ນຖານເສດຖະກິດ, ການປ່ຽນແປງໃໝ່ຮູບແບບການເຕີບໂຕ, ໄລຍະ 2016 – 2020, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກປ່ຽນແປງໃໝ່ຮູບແບບການເຕີບໂຕແມ່ນວິວັດການຕໍ່ເນື່ອງ, ເໝາະສົມກັບທ່າອ່ຽງຂອງຍຸກສະໄໝໃນສະພາບການວິທະຍາສາດເຕັກໂນໂລຊີພັດທະນາຢ່າງແຮງ, ທ່ານນາຍົກລັດຖະມົນຕີ ຖືວ່າ ພັກ, ລັດ ຮັບຮູ້ໄດ້ ແລະ ວາງອອກແຜນນະໂຍບາຍກ່ຽວກັບບັນຫານີ້ໂດຍໄວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:

        “ຂ້າພະເຈົ້າຖືວ່າ, ໂຄງການເຄື່ອນໄຫວກໍ່ຄືໜ້າທີ່ໃນມະຕິແມ່ນຈະແຈ້ງທີ່ສຸດ, ແຕ່ວ່າພວກເຮົາປະຕິບັດ ຫຼື ບໍ່ປະຕິບັດ, ຫຼື ພຽງເຮັດຕາມຄວາມຊິນເຄີຍເທົ່ານັ້ນ. ຕົວຢ່າງຄືໃນຂົງເຂດກະສິກຳ, ບາງທ້ອງຖິ່ນເຮັດໄດ້ດີ, ສ້າງໂຄງປະກອບຢ່າງຈະແຈ້ງ, ມີການປ່ຽນແປງເຫັນໄດ້ຊັດເພື່ອຍົກສູງມູນຄ່າຜະລິດຕະພັນ. ສ່ວນມີຫຼາຍທ້ອງຖິ່ນຍັງຮັກສາວິທີເກົ່າ, ມູນເຊື້ອເດີມ, ຜະລິດຕະພັນເກົ່າ. ເປັນຫຍັງຄືແນວນັ້ນ, ຍ້ອນສະຕິຄວາມຮູ້ຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ຜູ້ນຳພາບໍ່ທັນກຳແໜ້ນໄດ້ ແລະ ບໍ່ທັນຈັດຕັ້ງປະຕິບັດໄດ້ດີ.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ການເຕີບໂຕເສດຖະກິດບັນລຸໄດ້ໝາກຜົນປະທັບໃຈ, ຂອບຂະໜາດພື້ນຖານເສດຖະກິດເປີດກ້ວາງ, ບັນລຸກ່ວາ 5 ລ້ານຕື້ດົ່ງ. ສິ່ງດັ່ງກ່າວຊ່ວຍໃຫ້ເພດານໜີ້ສາທາລະນະແຕ່ລະດັບກ່ວາ 64% GDP ລົງເຫຼືອພຽງ 61% GDP ເທົ່ານັ້ນ. ໄປຄຽງຄູ່ກັນນັ້ນ, ມະຫາພາກເປັນປົກກະຕ ແລະ ໄພເງິນເຟີ້ໄດ້ຮັບການຄວບຄຸມ. ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ກຳລັງແກ່ງແຍ້ງແຫ່ງຊາດ, ດັດຊະນີການປ່ຽນແປງໃໝ່ມີຫົວຄິດປະດິດສ້າງໄດ້ຮັບການເພີ່ມຂັ້ນໃນຕະຕາລາງຈັດອັນດັບຈາກຫຼາຍອົງການຈັດຕັ້ງສາກົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ