ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ WTO

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ WTO - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ
ທ່ານ Roberto Azevedo ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ
(baodientuchinhphu)

(vovworld)- ວັນ​ທີ 15/4, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ Roberto Azevedo ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ WTO ທີ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຢືນ​ຢັນ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ປະ​ຕິ​ບັດ​ບົດ​ບາດ​ເປັນ​ສະ​ມາ​ຊິກ ອົງ​ການ​ການ​ຄ້າ​ໂລກຢ່າງ​ເຂັ້ມ​ງວດ ພ້ອມ​ທັງ​ຢືນ​ຢັນ​ແນວ​ທາງ ແລະ ແຜນ​ນະ​ໂຍ​ບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ​ແມ່ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ກ້​ວາງ​ເລິກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ ຫວຽດ​ນາມ​ໄດ້ ແລະ ພວມ​ເຈ​ລະ​ຈາ, ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ 2 ຝ່າຍ ແລະ ພາກ​ພື້ນ​ບາງ​ສະ​ບັບ. ຫວຽດ​ນາມ​ຍາມ​ໃດ​ກໍ​ສະ​ໜັບ​ສະ​ໜູນ ແລະ ເຊື່ອ​ໝັ້ນ​ຕໍ່​ບົດ​ບາດ​ຂອງອົງ​ການ​ການ​ຄ້າ​ໂລກໃນ​ການ​ເຄື່ອນ​ໄຫວ​ການ​ຄ້າ​ສາ​ກົນ ແລະ ຈະ​ຕັ້ງ​ໜ້າ​ຊອກ​ຮູ້ ແລະ ເຂົ້າ​ຮ່ວມ​ໃນ​ບັນ​ດາ​ຂົງ​ເຂດ​ເຈ​ລະ​ຈາ​ທີ່​ແທດ​ເໝາະ​ກ​ັບ​ຄວາມ​ສາ​ມາດ​ຂອງ​ຕົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ການ​ລົງ​ນາມ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້ການ​ຄ້າ ແລະ ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ນີ້​ແລ້ວ. ສ່ວນ ທ່ານ Roberto Azevedo ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ WTO ຢືນ​ຢັນ​ວ່າ ຍາມ​ໃດ​ກໍ​ຖື​ຫວຽດ​ນາມ​ແມ່ນ​ເພື່ອ​ນ​ໃຫຍ່ ແລະ ພ້ອມ​ແລ້ວ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ໃນ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນຢ່າງ​ມີ​ປະ​ສິດ​ທິ​ຜົນ.
ຂ່າວ/ບົດ​ອື່ນ