ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດໄທເຂົ້າຢ້ຽມອຳລາ

(VOVWORLD) - ຫວຽດນາມ ຍາມໃດກໍ່ ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ດີ ເພື່ອດຶງດູດບັນດານັກລົງທຶນ ໄທ ເຂົ້າມາລົງທຶນຢູ່ ຫວຽດນາມ, ດຶງດູດແຂກທ່ອງທ່ຽວ ໄທ ມາຢ້ຽມຢາມ ຫວຽດນາມ ຫຼາຍກ່ວາອີກ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດໄທເຂົ້າຢ້ຽມອຳລາ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດໄທ ມານົບໃຈ ວົງພັກດີ ເຂົ້າຢ້ຽມອຳລາ

ຕອນບ່າຍວັນທີ 6 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ມານົບໃຈ ວົງພັກດີ, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການການທູດ ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເລື່ອງ ທ່ານເອກອັກຄະລັດຖະທູດ ໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ສ້າງຄວາມປະທັບໃຈອັນດີງາມຕໍ່ປະຊາຊົນ ຫວຽດນາມ, ປະກອບສ່ວນເຂົ້າໃນນ້ຳໃຈມິດຕະພາບອັນເລິກເຊິ່ງລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ດີ ເພື່ອດຶງດູດບັນດານັກລົງທຶນ ໄທ ເຂົ້າມາລົງທຶນຢູ່ ຫວຽດນາມ, ດຶງດູດແຂກທ່ອງທ່ຽວ ໄທ ມາຢ້ຽມຢາມ ຫວຽດນາມ ຫຼາຍກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ບັນດາການເຄື່ອນໄຫວທີ່ມີປະສິດທິຜົນຂອງທ່ານເອກອັກຄະລັດຖະທູດ ຢູ່ ຫວຽດນາມ ໃນໄລຍະຜ່ານມາ ແມ່ນບົດຮຽນທີ່ດີຕໍ່ເອກອັກຄະລັດຖະທູດໄທຄົນໃໝ່ ເພື່ອສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາອັນດີງາມກ່ວາອີກ.

        ເນື່ອງໃນໂອກາດບຸນປີໃໝ່ ສົງການ ໄທ ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳອວຍພອນປີໃໝ່ເຖິງທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ.

        ສ່ວນທ່ານເອກອັກຄະລັດຖະທູດ ໄທ ມານົບໃຈ ວົງພັກດີີ ຢືນຢັນວ່າ ຍາມໃດໄທກໍ່ຫວັງວ່າ 2 ປະເທດ ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ແລະ ບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືລົງທຶນລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ໄລຍະຈະມາເຖິງ, ເຖິງວ່າຈະດຳລົງໃນຖານະຕຳແໜ່ງໃດກໍ່ຕາມ, ແຕ່ຍາມໃດທ່ານ ກໍ່ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ