ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມໝູ່ບ້ານເຄື່ອງປັ້ນດິນເຜົາບາດຈ່າງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະ, ໂອ້ລົມກັບອຳນາດການປົກຄອງ, ບັນດານັກສິລະປະປິນຂອງໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ແລະ ປະຊາຊົນ ຢູ່ສາລາບ້ານບາດຈ່າງ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມໝູ່ບ້ານເຄື່ອງປັ້ນດິນເຜົາບາດຈ່າງ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຂອງຂວັນໃຫ້ນັກສິລະປະປິນຂອງໝູ່ບ້ານ

(ພາບ: Thống Nhất/TTXVN)

ຕອນບ່າຍວັນທີ 28 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຊົມງານວາງສະແດງເຄື່ອງປັ້ນດິນເຜົາ ບາດຈ່າງ, ຢູ່ຕາແສງ ບາດຈ່າງ, ເມືອງ ຢາເລີມ, ນະຄອນ ຮ່າໂນ້ຍ, ເຊິ່ງເປັນໜຶ່ງໃນບັນດາສະຖານທີ່ໂດ່ງດັ່ງທີ່ສຸດຂອງນະຄອນຫຼວງ ແລະ ທົ່ວປະເທດນັບຮ້ອຍປີມານີ້ກ່ຽວກັບອາຊີບເຄື່ອງປັ້ນດິນເຜົາ. ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະ, ໂອ້ລົມກັບອຳນາດການປົກຄອງ, ບັນດານັກສິລະປະປິນຂອງໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ແລະ ປະຊາຊົນ ຢູ່ສາລາບ້ານບາດຈ່າງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມປະທັບໃຈໃນສະພາບການເສດຖະກິດການຕະຫຼາດ, ໝູ່ບ້ານ ບາດຈ່າງ ຍັງຄົງຮັກສາ, ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອໄວ້, ທັງພັດທະນາເສດຖະກິດມີປະສິດທິຜົນສູງ. ທ່ານ ຖືວ່າ, ບັນດາຜົນງານຂອງໝູ່ບ້ານບາດຈ່າງ ອາດຈະຖືວ່າແມ່ນບົດຮຽນອັນລ້ຳຄ່າໃຫ້ບັນດາໝູ່ບ້ານອາຊີບອື່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຜະລິດຕະພັນຢູ່ ບາດຈ່າງ ໄດ້ຮັບການຈຳໜ່າຍຢູ່ຫຼາຍບ່ອນພາຍໃນປະເທດ ແລະ ຕ່າງປະເທດ, ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ