ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລະດົມກຳລັງໃຈທິມບານເຕະ Olympic ຫວຽດນາມ

(VOVWORLD) - ຫວັງວ່າບັນດານັກກິລາບານເຕະໜຸ່ມ Opympic ຫວຽດນາມ ຈະຟື້ນຟູກຳລັງເພື່ອແຂ່ງຂັນໃນນັດຕໍ່ໄປດ້ວຍຄວາມສຸດຈິດສຸດໃຈຢ່າງສູງສຸດ, ຄ້ວາໄດ້ຫຼຽນທອງເພື່ອຕອບສະໜອງຄວາມລໍຄອຍຂອງແຟນບານຂອງປະເທດຊາດ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລະດົມກຳລັງໃຈທິມບານເຕະ Olympic ຫວຽດນາມ	 - ảnh 1 ພາບປະກອບ

ວັນທີ 29 ສິງຫາ, ພາຍຫຼັງນັດແຂ່ງຂັນຮອບຮອງຊະນະເລີດບານເຕະ ASIAD ລະຫວ່າງທິມ Opympic ຫວຽດນາມ ແລະ ທິມ Opympic ສ ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳຍ້ອງຍໍຊົມເຊີຍນ້ຳໃຈແຂ່ງຂັນທີ່ອົງອາດກ້າຫານຂອງບັນດານັກກິລາບານເຕະ, ຄູຝຶກທິມບານເຕະ Opympic ເພື່ອປະເທດຊາດ. ຫວັງວ່າບັນດານັກກິລາບານເຕະໜຸ່ມ Opympic ຫວຽດນາມ ຈະຟື້ນຟູກຳລັງເພື່ອແຂ່ງຂັນໃນນັດຕໍ່ໄປດ້ວຍຄວາມສຸດຈິດສຸດໃຈຢ່າງສູງສຸດ, ຄ້ວາໄດ້ຫຼຽນທອງເພື່ອຕອບສະໜອງຄວາມລໍຄອຍຂອງແຟນບານຂອງປະເທດຊາດ.

        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຍ້ອງຍໍຊົມເຊີຍບັນດານັກກິລາຂອງຄະນະນັກກິລາ ຫວຽດນາມ ໄດ້ມານະພະຍາຍາມໃນການແຂ່ງຂັນເພື່ອຄ້ວາໄດ້ຫຼຽນ, ນຳຄວາມສະຫງ່າລາສີໃຫ້ແກ່ກິລາ ຫວຽດນາມ.

        ຮອດເວລາ 5 ໂມງຕອນເຊົ້າວັນທີ 30 ສິງຫາ, ຄະນະນັກກິລາ ຫວຽດນາມ ຢືນຢູ່ອັນດັບທີ 13 ໃນຕາຕະລາງສະຫລຸບຫຼຽນທີ່ ASIAD 2018 ດ້ວຍ ດ້ວຍຫຼຽນຄຳ 4 ຫຼຽນ, ຫຼຽນເງິນ 14 ຫຼຽນ ແລະ ຫຼຽນທອງ 13 ຫຼຽນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ