ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີເລີ່ມປະຕິບັດໂຄງການ TH True milk

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີເລີ່ມປະຕິບັດໂຄງການ TH True milk  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເລີ່ມ​ລົງ​ມື​ປະ​ຕິ​ບັດ​ໂຄງ​ການ

(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລັດ​ເຊຍ, ວັ​ນ​ທີ 18/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ລ້ຽງ​ງົວ​ພັນ​ນົມ ແລະ ປຸງ​ແຕ່ງ​ໄລ​ຍະ 1 ຂອງ​ກຸ່ມ​ບໍ​ລິ​ສັດ TH True milk ຢູ່​ເມືອງ Volokolamsk ແຂວງ​ມົດ​ສວາ​ແຫ່ງ​ສະ​ຫະ​ພັນ​ລັດ​ເຊຍ. ທີ່​ພິ​ທີ​ດັ່ງ​ກ່າວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງວັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ-ເອີ​ລົບ ເປີດ​ປະ​ຕູ​ຕະຫຼາດ​ການ​ບໍ​ລິ​ການ ແລະ ການ​ລົງ​ທຶນ, ສ້າງ​ເງຶ່ອນ​ໄຂ​ສະ​ດວກ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ປາດ​ຖະ​ໜາ​ວ່າ ໂຄງ​ການ​ຈະ​ກາຍ​ເປັນ​ກິດ​ຈະ​ກຳ​ຮ່ວມ​ມື​ກະ​ສີ​ກຳ​ທີ່​ພົ້ນ​ເດັ່ນ​ຂອງ​ປະ​ເທດ, ເໝາະ​ສົມ​ກັບ​ການ​ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ​ຂອງ​ການ​ພົວ​ພັນ 2 ຝ່າຍ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ການ​ນຳ ແລະ ປະ​ຊາ​ຊົນ 2 ປະ​ເທດ​.
ຂ່າວ/ບົດ​ອື່ນ