ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປຮອດຊຽງໄຮ່, ເລີ່ມຕົ້ນການເຂົ້າຮ່ວມ CIIE 2018

(VOVWORLD) - ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ຮັບການຈັດຕັ້ງຢູ່ສະໜາມບິນສາກົນ ຮົງແຈ໋ວ ຢ່າງສົມກຽດ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປຮອດຊຽງໄຮ່, ເລີ່ມຕົ້ນການເຂົ້າຮ່ວມ CIIE 2018 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບປະກອບ)

ວັນທີ 4 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປຮອດ ຊຽງໄຮ, ປະເທດຈີນ ເລີ່ມຕົ້ນການເຂົ້າຮ່ວມງານຕະຫຼາດນັດນຳເຂົ້າສາກົນ ຈີນ (CIIE 2018) ຄັ້ງທີ 1, ເຊິ່ງຈັດຕັ້ງໃນວັນທີ 4 -5 ພະຈິກ. ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ຮັບການຈັດຕັ້ງຢູ່ສະໜາມບິນສາກົນ ຮົງແຈ໋ວ ຢ່າງສົມກຽດ.

        ນີ້ແມ່ນຄັ້ງທຳອິດທີ່ງານຕະຫຼາດນັດສາກົນ ຈີນ ໄດ້ຮັບການຈັດຕັ້ງດ້ວຍການເຂົ້າຮ່ວມຂອງວິສາຫະກິດປະມານ 3.000 ແຫ່ງທີ່ມາຈາກປະມານ 130 ປະເທດ ແລະ ເຂດແຄ້ວນ. ພ້ອມກັບການໂຄສະນາເຄື່ອງໝາຍການຄ້າ ແລະ ພາບພົດຂອງວິສາຫະກິດ ຫວຽດນາມ ເຖິງຈີນ ແລະ ບັນດາປະເທດໃນໂລກນັ້ນ, ນີ້ຍັງແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຊອກຮູ້ຕະຫຼາດ ແລະ ເປີດກ້ວາງການດຳເນີນທຸລະກິດ; ຊຸກຍູ້ການສົ່ງອອກເປັນປົກກະຕິໄປຍັງຕະຫຼາດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ