ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ການນຳບັນດາປະເທດ ແມ່ນ້ຳຂອງ ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດ ແລະ ເຈົ້າ​ຊາຍ ຍີ່ປຸ່ນ

(VOVWORLD) - ທີ່ການພົບປະ, ເຈົ້າຈັກກະພັດ ຍີ່ປຸ່ນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດແມ່ນ້ຳຂອງ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ການນຳບັນດາປະເທດ ແມ່ນ້ຳຂອງ ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດ ແລະ ເຈົ້າ​ຊາຍ ຍີ່ປຸ່ນ - ảnh 1 ການນຳບັນດາປະເທດແມ່ນ້ຳຂອງ ໄດ້ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດ ແລະ ເຈົ້າຊາຍ ຍີ່ປຸ່ນ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10, ຕອນບ່າຍວັນທີ 9 ຕຸລາ, ການນຳບັນດາປະເທດແມ່ນ້ຳຂອງ ໄດ້ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດ ແລະ ເຈົ້າຊາຍ ຍີ່ປຸ່ນ, ພົບປະກັບພັນທະມິດລັດຖະສະພາມິດຕະພາບ ແມ່ນ້ຳຂອງ - ຍີ່ປຸ່ນ.

        ທີ່ການພົບປະ, ເຈົ້າຈັກກະພັດ ແລະ ເຈົ້າຊາຍ ຍີ່ປຸ່ນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດແມ່ນ້ຳຂອງ; ຫວັງວ່າ ໃນປີມິດຕະພາບແມ່ນ້ຳຂອງ - ຍີ່ປຸ່ນ 2019 ຈະຊຸກຍູ້ການພົວພັນແລກປ່ຽນລະຫວ່າງບັນດາລັດຖະບານ ແລະ ປະຊາຊົນຂອງ 6 ປະເທດກ່ວາອີກ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມນັບຖືຕໍ່ນ້ຳໃຈສະໜິດສະໜົມ ແລະ ຄວາມເອົາໃຈໃສ່ເຊິ່ງເຈົ້າຈັກກະພັດ ແລະ ເຈົ້າຊາຍ ຍີ່ປຸ່ນ ໄດ້ສະຫງວນໃຫ້ແກ່ ຫວຽດນາມ ແລະ ການພົວພັນຍີ່ປຸ່ນ - ຫວຽດນາມ ໃນໄລຍະຜ່ານມາ.

        ແລະກໍ່ໃນວັນດຽວກັນ, ທີ່ການພົບປະກັບພັນທະມິດລັດຖະສະພາມິດຕະພາບແມ່ນ້ຳຂອງ - ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບົດບາດຂອງພັນທະມິດລັດຖະສະພາ ແລະ ຫວັງວ່າພັນທະມິດນີ້ສືບຕໍ່ມີການປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ ແລະ ແທດຈິງລະຫວ່າງຍີ່ປຸ່ນ ແລະ ບັນດາປະເທດ ແມ່ນ້ຳຂອງ.

ຕອບກັບ

ຂ່າວ/ບົດ​ອື່ນ