ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປກວດກາ, ຊີ້ນຳການແກ້ໄຂສະພາບນ້ຳຖ້ວມຢູ່ແຂວງ ນີງບີ່ງ

(VOVWORLD) - ຕໍ່ໜ້າ ການຜັນແປສັບສົນຂອງ ສະພາບຝົນຕົກ, ນ້ຳຖ້ວມ, ວັນທີ 12 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະປະຕິບັດງານຂອງລັດຖະບານໄດ້ລົງແຂວງ ນິງບີ່ງ ຊີ້ນຳການຮັບມືກັບສະພາບການນ້ຳຖ້ວມ, ປົກປັກຮັກສາຄວາມປອດໄພໃຫ້ລະບົບຄັນຄູ. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປກວດກາ, ຊີ້ນຳການແກ້ໄຂສະພາບນ້ຳຖ້ວມຢູ່ແຂວງ ນີງບີ່ງ - ảnh 1 ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປກວດກາ, ຊີ້ນຳການແກ້ໄຂສະພາບນ້ຳຖ້ວມຢູ່ແຂວງ ນີງບີ່ງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປກວດກາສະພາບຕົວຈິງຢູ່ບັນດາຄັນຄູ ແລະ ກວດກາວຽກງານຮັບມືກັບສະພາບຝົນຕົກ, ນ້ຳຖ້ວມໂດຍກົງຢູ່ບາງຕາແສງ, ເມືອງຂອງແຂວງ ນີງບີ່ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ສືບຕໍ່ປະຈຳການ, ກ່າວເຕືອນ, ຕິດຕາມສະພາບການນ້ຳຖ້ວມ. ສືບຕໍ່ມີບັນດາວິທີການປັບປຸງ ຍ້ອນວ່າເມື່ອ ນ້ຳຂຶ້ນປະມານ 50 cm ແມ່ນອັນຕະລາຍທີ່ສຸດ ພິເສດແມ່ນໃນໄລຍະຈະມາເຖິງ, ອາກາດບໍ່ດີ. ຖ້າຕ້ອງຍົກຍ້າຍປະຊາຊົນໄປສູ່ເຂດປອດໄພ, ຂ້າພະເຈົ້າສະເໜີຕ້ອງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ເພື່ອຊີວິດຂອງປະຊາຊົນຕ້ອງລະດົມທຸກໆກຳລັງ, ນັບທັງກອງທັບຫຼວງ ແລະ ກຳລັງກະກຽມຕ້ອງປະຈຳ”

        ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ພ້ອມກັບຄະນະປະຕິບັດງານລັດຖະບານໄດ້ໄປແຂວງ ຮ່ວາບີ່ງ, ກວດກາເຂດຖືກເສາະເຈື່ອນເຮັດໃຫ້ 18 ຄົນຖືກຖົມຢູ່ຕາແສງ ຟູ໋ເກືອງ, ເມືອງ ເຕີນລາກ.

ຕອບກັບ

ຂ່າວ/ບົດ​ອື່ນ