ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບຂະຫຼວງໃຫຍ່ການຄ້າສະຫະພາບ ເອີລົບ - ອີຢູ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບຂະຫຼວງໃຫຍ່ການຄ້າສະຫະພາບ ເອີລົບ - ອີຢູ - ảnh 1
ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບຂະຫຼວງໃຫຍ່ການຄ້າສະຫະພາບ ເອີລົບ - ອີຢູ
(ພາບ: VGP/Nhật Bắc)

(vovworld) - ຕອນ​ບ່າຍ​ວັນ​ທີ 7/3, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​​ໄດ້​ໃຫ້ການ​ຕ້ອນຮັບ​ຂະ​ຫຼວງ​ໃຫຍ່​ການ​ຄ້າ ອີ​ຢູ Karel de Gucht ທີ່​ພວມ​ຢູ່ ຫວຽ​ດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 19. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢັ້ງຢືນ​ວ່າ: ຫວຽ​​ດນາມ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ການ​ຄ້າ 2 ສົ້ນ​ກັບ ອີ​ຢູ ກໍ່​ຄື​ຊຸກຍູ້​ການ​ເຈ​ລະ​ຈາ​ສັນຍາ​ການ​ຄ້າ​​ເສລີ (ຫຼື FTA) ຫວຽດນາມ - ອີ​ຢູ ​ໃຫ້​ແຂງ​ແຮ​ງກ່ວາ​ອີກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຊື່ອ​ໝັ້ນ​ວ່າ​: ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ດ້ານການ​ເມືອງ​ລວມຂ​ອງທັງ 2 ຝ່າຍ, ການ​ເຈລະຈາ FTA ຫວຽດນາມ - ອີ​ຢູ ອາ​ດຈະ​ສິ້ນ​ສຸດ​ໃນ​ທ້າຍ​ປີ​ນີ້, ຜ່ານ​ນັ້ນ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ການ​ຄ້າ ຫວຽດນາມ - ອີ​ຢູ ​ແຂງ​ແຮງ​ກ່ວາ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດລວມອັນ​ແທ​ດຈິງ​ໃຫ້​ທັງ 2 ຝ່າຍ.

ຂະ​ຫຼວງ​ໃຫຍ່​ການ​ຄ້າ EU Karel de Gucht ​ໃຫ້​ຮູ້​ວ່າ: ຍາມ​ໃດ ອີ​ຢູ ກໍ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ເວົ້າ​ລວມ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ​ເວົ້າ​ສະ​ເພາະ, ຢັ້ງຢືນ ອີ​ຢູ ຈະ​ມານະ​ພະຍາຍາມ​ພ້ອມ​ກັບ​ຝ່າຍ ຫວຽດນາມ ສິ້ນ​ສຸດ​ການ​ເຈລະຈາ FTA ຫວຽດນາມ - ອີ​ຢູ ​ໂດຍ​ໄວ, ຖື​ວ່າ​ເພື່ອ​ໃຫ້ການ​ເຈ​ລະ​ຈາ​ນີ້​ບັນລຸ​ຜົນສຳ​ເລັດ​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ກາ​ນ​ເມືອງ​ຂອງ​ທັງ 2 ຝ່າຍ.

 

ຂ່າວ/ບົດ​ອື່ນ