(vovworld) - ຕອນບ່າຍວັນທີ 04/04, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີເສດຖະກິດ ເບລາຣຸດ Nicolai Snopkov ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍປາດຖະໜາ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບ ເບລາຣຸດ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລີກ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ທັງ 2 ຝ່າຍ. ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ຢ່າງແຮງກວ່າອີກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ສະເໜີຍູ້ແຮງການຜັນຂະຫຍາຍນບັນດາໝາກຜົນທີ່ບັນລຸໄດ້ຂອງກອງປະຊຸມຄັ້ງທີ 9 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ເບລາຣຸດ ແລະ ໂຄງການຮ່ວມມືກ່ຽວກັບຂົງເຂດເສດຖະກິດລະຫວ່າງ 2 ປະເທດໄລຍະ 2013 – 2015, ພ້ອມທັງສືບຕໍ່ປັບປຸງບັນດາພື້ນຖານນິຕິກຳ ເພື່ອຊຸກຍູ້ການແລກປ່ຽນດ້ານການຄ້າ, ການລົງທຶນ 2 ຝ່າຍ; ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າຫວຽດນາມ ແຊກຊຶມເຂົ້າຕະຫຼາດ ເບລາຣຸດ, ກໍຄືສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ປະເທດຍູ້ແຮງການສົ່ງເສີມການລົງທຶນ, ການຄ້າ. ທ່ານລັດຖະມົນຕີ Nicolai Snopkov ຢືນຢັນວ່າ, ເບລາຣຸດ ພ້ອມແລ້ວທີ່ຈະການແບ່ງປັນບົດຮຽນກັບຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ. ທ່ານລັດຖະມົນຕີ Nicolai Snopkov ສະເໜີວ່າ, 2 ຝ່າຍຍູ້ແຮງການສ້າງຕັ້ງບັນດາບໍລິສັດຮ່ວມທຸລະກິດຜະລິດອຸດສາຫະກຳ ລົດໂອໂຕ, ນ້ຳນົມ, ໂທລະຄົມ, ປຸງແຕ່ງຜະລິດຕະພັນກະເສດ ຢູ່ ເບລາຣຸດ ແລະ ຢູ່ຫວຽດນາມ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ ເບລາຣຸດ ຊຸກຍູ້ການຄ້າ, ການລົງທຶນກັບບັນດາປະເທດອາຊຽນ.