(vovworld) – ຕອນບ່າຍວັນທີ 11/4, ເມື່ອລົງຢ້ຽມຢາມພະນັກງານ, ນັກຮົບກອງພັນໃຫຍ່ຕຳຫຼວດເຄື່ອນທີ່ ໄຕງວຽນ ເນື່ອງໃນໂອກາດໄປການປະຕິບັດງານຢູ່ແຂວງ ຢາລາຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ຍາມໃດພັກ, ລັດ ກໍ່ເອົາໃຈໃສ່ກໍ່ສ້າງກຳລັງຕຳຫຼວດປະຊາຊົນເວົ້າລວມ ແລະ ກຳລັງຕຳຫຼວດເຄື່ອນທີ່ ເວົ້າສະເພາະເພື່ອກໍ່ສ້າງເປັນກອງຕຳຫຼວດຫຼວງ, ຍອດຢ້ຽມ, ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ກອງພັນໃຫຍ່ຕຳຫຼວດເຄື່ອນທີ່ ໄຕງວຽນ ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກ, ວຽກງານສຶກສາການເມືອງ, ແນວຄິດ, ກໍ່ສ້າງຫົວໜ່ວຍປອດໄສ, ໝັ້ນຄົງເຂັມແຂງຮອບດ້ານ. ພ້ອມທັງກຳແໜ້ນສະພາບຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາສະຖານທີ່ຈຸດສຸມ, ບັນດາແບບວິທີ, ກົນອຸບາຍການເຄື່ອນໄຫວຂອງອາດຊະຍາກຳທຸກປະເພດເພື່ອສ້າງວິທີການ, ແຜນການຕໍ່ສູ້, ຈັດຕັ້ງການຝຶກອົບຮົມໃນທຸກໆເງື່ອນໄຂ, ບໍລິເວນ, ສະຖານະການຕ່າງໆເປັນປະຈຳ, ກຽມພ້ອມຕໍ່ສູ້ ແລະ ຍາດເອົາໄຊຊະນະ, ບໍ່ປະໃຫ້ຕົກເຂົ້າສູ່ທ່າຮັບ, ເປັນເຈົ້າການໃນທຸກໆສະຖານະການ.