(vovworld) - ວັນທີ 19/12, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ໄດ້ມີການເຮັດວຽກກ່ຽວກັບຫົວເລື່ອງສະເພາະ ພ້ອມກັບການນຳນະຄອນຮ່າໂນ້ຍ, ບັນດາທະນາຄານການຄ້າ, ສະຫະສະມາຊົມອະສັງຫາລິມະຊັບ ເພື່ອຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກສຳລັບຕະຫຼາດອະສັງຫາລິມະຊັບ ແລະ ແກ້ໄຂໜີ້ເສຍ. ກ່າວຄຳເຫັນທີ່ການສະຫຼຸບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ຖືວ່າ ຮ່າໂນ້ຍ ຕ້ອງເອົາໃຈໃສ່ກວດກາຄືນການວາງແຜນຜັງ, ພັດທະນາຕະຫຼາດເຮືອນຢູ່ຕາມທິດມີອົງປະກອບເໝາະສົມ, ສຸມແຫຼ່ງກຳລັງເພື່ອສືບຕໍ່ພັດທະນາເຮືອນຢູ່ສັງຄົມ, ຄົ້ນຄວ້າສ້າງລະບອບ ລະບຽບການດ້ານການເງິນ ເພື່ອໜູນຊ່ວຍຕະຫຼາດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ຊີ້ນຳນະຄອນສ້າງນະໂຍບາຍກະຕຸກຊຸກຍູ້ຕະຫຼາດເຮືອນຢູ່, ຮັບປະກັນໃຫ້ແກ່ຜູ້ມີລາຍຮັບຕໍ່າສາມາດຊື້ໄດ້ ຫຼື ເຊົ່າດ້ວຍລາຄາເໝາະສົມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ສະເໜີບັນດາກະຊວງ, ຂະແໜງການທີ່ມີພາລະໜ້າທີ່ ແລະ ຮ່າໂນ້ຍ ຕ້ອງເພີ່ມທະວີລັກສະນະເປີດເຜີຍ ແລະ ກະຈ່າງແຈ້ງຂອງຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວຂອງຕະຫຼາດອະສັງຫາລິມະຊັບ, ປະຕິບັດຢ່າງຄົບຊຸດ, ຂ້ຽວຂາດ ແລະ ດ້ວຍບັນດາມາດຕະການສັງລວມ.