ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ: ຫວຽດນາມຈະປະຕິບັດບັນດາສັນຍາການຄ້າຢ່າງເຂັ້ມງວດ

ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ: ຫວຽດນາມຈະປະຕິບັດບັນດາສັນຍາການຄ້າຢ່າງເຂັ້ມງວດ - ảnh 1

​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ​ ກາງ​ສະ​ໄໝ​ປີ ​2015
(ພາບ: TTX)

(vovworld) - ຍົກ​ສູງ​ກຳລັງ​ແກ່ງ​ແຍ່ງ ​ແມ່ນ​ບັນຫາ​ເຄັ່ງຮ້ອນ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ໃນ​ປະຈຸ​ບັນ ​ໃນ​ຂະນະ​ທີ່​ຫວຽດນາມ​ ໄດ້ ​ແລະ ຈະ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຫຼາຍ​ສະບັບ​ກັບ​ບັນດາ​ປະ​ເທດ ​ແລະ ອົງການ​ຕ່າງໆ​ຢູ່​ໂລກ. ນີ້​ກໍ່​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ​ ກາງ​ສະ​ໄໝ​ປີ​ນີ້, ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທະນາຄານ​ໂລກ ​ແລະ ອົງການ​ການ​ເງິ​ນສາກົນ​ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ວັນ​ທີ 9/6, ຢູ່​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ, ລັດຖະບານ​ຫວຽດນາມ ຈະ​ແກ້​ໄຂ​ຂໍ້​ຈຳກັດ, ອ່ອນ​ດ້ອຍ, ຕິດ​ຂັດ, ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່, ມາດ​ຕະການ​ຢ່າງ​ຄົບ​ຊຸດ, ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ່ງ​ຂອງ​ພື້ນຖານ​ເສດຖະກິດ. ຫວຽດນາມ​ ຈະ​ເພີ່ມ​ທະວີ​ການ​ບໍລິຫານ ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ, ປະຕິບັດ​ມາດ​ຕະການ​ແກ້​ໄຂ​ຄົບ​ຊຸດ ​ເພື່ອ​ເພີ່ມ​ລັກສະນະ​ໝັ້ນຄົງ​ຂອງ​ພື້ນຖານ​ເສດຖະກິດ​ມະຫາ​ພາກ, ຮັບປະກັນ​ໄພ​ເງິນ​ເຟີ້​ບໍ່​ໄດ້​ເກີນ 5% ບໍ່​ພຽງ​ແຕ່​ໃນ​ປີ 2015 ​ເທົ່າ​ນັ້ນ, ຫາກ​ໃນ​ຊຸມ​ປີ​ຕໍ່ໆ​ໄປ​ອີກດ້ວຍ. ທ່ານ​ນາຍົກລັດຖະມົນຕີຢືນຢັນ​ວ່າ, ຫວຽດນາມ​ ຈະ​ຊີ້​ນຳ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຕິດ​ຂັດ​ທັງ​ໝົດ, ສ້າງ​ຄວາມ​ສະດວກ​ເພື່ອ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ, ຕ່າງປະ​ເທດພັດ​ທະນາ​ເສດຖະກິດ​ໃນ 3 ຂົງ​ເຂດ​ອຸດສາຫະກຳ, ກະ​ສີ​ກຳ ​ແລະ ການ​ບໍລິການ, ສູ້​ຊົນບັນລຸ​ລະດັບ​ເຕີບ​ໂຕ GDP ປະມານ 6,2%. ຕິດ​ພັນ​ກັບ​ການ​ເຕີບ​ໂຕ ​ແມ່ນ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ສັງ​ລວມ, ​ໃນ​ນັ້ນ​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່​ໃຫ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ, ​ເພື່ອ​ແກ່ງ​ແຍ່ງ​ກັບ​ພາກສ່ວນ​ເສດຖະກິດ​ອື່ນ, ​ແລະ ຍູ້​ແຮງ​ວິວັດ​ການ​ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ.

ຂ່າວ/ບົດ​ອື່ນ