ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ19

ຕອນ​ເຊົ້າ​ວັນ​ທີ 17/11 ຢູ່ ບາ​ລີ​ ປະ​ເທດ ອິນ​ໂດ​ເນ​ເຊຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ບັນດາ​ການ​ນຳ ອາ​ຊຽນ  ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ ອາ​ຊຽນ ຄັ້ງ​ທີ 19 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ໄດ້​ຊີ້​ໃຫ້​ເຫັນ​ບັນດາ​ໝາກຜົນ​ອັນ​ຕັ້ງຫນ້າ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ, ຜັນ​ຂະຫຍາຍ​ການ​ເຊື່ອມ​ຈອດ ອາ​ຊຽນ, ຮ່ວມ​ສຳພັນ​ພາກ​ພື້ນ, ​ເປີດ​ກວ້າງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ຂອງ ອາ​ຊຽນ ກັບ​ບັນດາ​ຄູ່​ເຈລະຈາ ​ກໍ່​ຄື ​ການ​ຮັກສາ​ບົດບາດ​ສູນ​ກາງຂອງ​ສະຫະ​ສະມາຄົມ​ໃນ​ໂຄງ​ປະກອບ​ທີ່ພວມ​ສ້າງ​ຂຶ້ນ. ພາຍຫລັງ​ໄຂ​ກອງ​ປະຊຸມ​ສຸ​ດຍອດ ອາ​ຊຽນ 19, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສ້າງ​ປະຊາ​ຄົມ, ຜັນ​ຂະຫຍາຍ​ການ​ເຊື່ອມ​ຈອດ ອາ​ຊຽນ ​ແລະ​ ເປີດ​ກວ້າງ​ການ​ພົວພັນ​ການ​ຕ່າງປະ​ເທດ​ຂອງ​ສະຫະ​ສະມາຄົມ. ຢູ່​ນອກ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​ການພົບ​ປະ​ກັບ​ນາຍົກລັດຖະມົນຕີ​ລາວ ທອງ​ສິງ ທຳ​ມະ​ວົງ. ນາຍົກ​ທັງ​ສອງ​ທ່ານ​ໄດ້​ເຫັນ​ດີ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫລາຍ​ຢ່າງ​ໃນ​ປີ​ແຫ່ງ​ມິດຕະພາບ ຫວຽດນາມ ລາວ ປີ 2012 ​ເນື່ອງ​ໃນ​ໂອກາດ​ລະນຶກ 50 ປີ ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ​ ການ​ຮ່ວມ​ມື​ຫວຽດນາມ - ລາວ. ນາຍົກລັດຖະມົນຕີທັງ​ສອງ​ທ່ານ​​ໄດ້​ຢັ້ງຢືນ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ​ຄື: ອາ​ຊຽນ ​ແລະ ອະນຸ​ພາກ​ພື້ນ​ແມ່ນ​ນ້ຳຂອງ ພ້ອມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ຮັບ​ປະກັນ​ການ​ນຳ​ໃຊ້​ແຫ​ລ່ງນ້ຳ​ແມ່​ນ້ຳຂອງ​​ແບບ​ຍື່ນ​ຍົງ.
ຂ່າວ/ບົດ​ອື່ນ