(vovworld) – ຕອນບ່າຍວັນທີ 10/1 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃຫ້ການຕ້ອນຮັບ ທ່ານ Giampaolo Di Paola, ລັດຖະມົນຕີກະຊວງປ້ອງກັນຊາດ ອີຕາລີ ຊຶ່ງພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຖືວ່າ: ການຢ້ຽມຢາມຂອງທ່ານລັດຖະມົນຕີກະຊວງປ້ອງກັນຊາດ ອີຕາລີ ຄັ້ງນີ້ ຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຫວັງວ່າ: 2 ຝ່າຍຈະເພີ່ມທະວີການຮ່ວມມືໃນຂົງເຂດທີ່ 2 ປະເທດມີທ່າແຮງ, ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສສາກົນ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານ Giampaolo Di Paola, ລັດຖະມົນຕີກະຊວງປ້ອງກັນຊາດ ອີຕາລີ ລ້ວນແຕ່ຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ, ແກ້ໄຂການພິພາດກັນໂດຍສັນຕິວິທີ ແລະ ເຄົາລົບກົດໝາຍສາກົນ. ກ່ອນໜ້ານັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟູ່ງກວາງແທງ ໄດ້ມີການເຈລະຈາ ກັບ ລັດຖະມົນຕີກະຊວງປ້ອງກັນຊາດ ອີຕາລີ. ທີ່ການປະຊຸມຂ່າວພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟູ່ງກວາງແທງ ຊີ້ແຈ້ງວ່າ:
“ໃນໄລຍະທີ່ຈະມາເຖິງ, 2 ກະຊວງຈະເຊັນບົດບັກທຶກຊ່ວນຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍຢູ່ Roma, ໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໂດຍຮອງລັດຖະມົນຕີກະຊວງປ້ອງກັນປະເທດຂອງ 2 ປະເທດລົງນາມ. ພວກຂ້າພະເຈົ້າຍັງກຳນົດວ່າ: ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍພັດທະນາເປັນຢ່າງດີ ແມ່ນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈກັນ ລະຫວ່າງ 2 ປະເທດ ແລະ ປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດອື່ນໆໃຫ້ພັດທະນາດີກ່ວາ ທັງນີ້ກໍເປັນການຮັກສາ ສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອພັດທະນາໃນພາກພື້ນອາຊີ ຕາເວັນອອກສຽງໃຕ້”