ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມ ງານຕະຫຼາດນັດວາງສະແດງອາຊຽນ - ຈີນ

ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມ ງານຕະຫຼາດນັດວາງສະແດງອາຊຽນ - ຈີນ - ảnh 1
(ພາບຈາກ: cri.cn)

(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ລັດຖະບານ​ສາທາລະນະ​ລັດ​ປະຊາຊົນ​ຈີນ ​ແລະ ອຳນາດ​ການ​ປົກຄອງ​ເຂດ​ປົກຄອງ​​ຕົນ​ເອງຊົນ​ເຜົ່າ ຈ້ວາງ ​ແຂວງ​ກວາງສີ, ປະ​ເທດ​ຈີນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຈະ​ເຂົ້າ​ຮ່ວມງານ​ຕະຫຼາດນັດວາງສະ​ແດງ​ອາ​ຊຽນ - ຈີນ (CARXPO) ​​ແລະ​ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ - ການ​ຄ້າ​ອາ​ຊຽນ - ຈີ​ນ ຄັ້ງ​ທີ 9, ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນ​ໜາມ​ໜີງ, ເຂດ​ປົກຄອງ​​ຕົນ​ເອງຊົນ​ເຜົ່າ ຈ້ວາງ ​ແຂວງ​ກວາງສີ, ປະ​ເທດ​ຈີນ ​ແຕ່​ວັນ​ທີ 20 – 21/9/2012. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເຂົ້າ​ຮ່ວມ CARXPO ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ - ການ​ຄ້າ​ອາ​ຊຽນ - ຈີ​ນ ຄັ້ງ​ທີ 9 ​ໃນ​ສະພາບ​ການ​ທີ່​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ຫວຽດນາມ - ຈີນ ພວມ​​ໄດ້​ຮັບ​ການພັດທະນາ​ຢ່າງ​ວ່ອງ​ໄວ, ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ​ໃນ​ທຸດຂົງ​ເຂດ, ນຳ​ມາ​ເຊິ່ງຄວາມ​ສະດວກ​ແທດ​ຈິງ​ຫຼາຍ​ຢ່າງ​ໃຫ້​ທັງ​ສອງ​ຝ່າຍ.

        ງານ​ຕະຫຼາດນັດວາງສະ​ແດງ​ອາ​ຊຽນ - ຈີນ ຖືກ​ຈັດ​ຂຶ້ນ​ປະຈຳ​ປີ​ໂດຍ​ກະຊວງ​ການ​ຄ້າ​ຈີນ, ກະຊວງ​ເສດຖະກິດ 10 ປະ​ເທດ​ອາຊຽນ ​ແລະ ຄະນະ​ເລຂາ​ອາ​ຊຽນ ພ້ອມ​ກັນ​ຈັດ​ຕັ້ງ, ດ້ວຍ​ຈຸດໝາຍ “ຊຸກຍູ້​ການ​ກໍ່ສ້າງ​ພາກ​ພື້ນ​ການ​ຄ້າ​ເສລີ​ອາ​ຊຽນ - ຈີນ, ພ້ອມ​ກັນ​ແບ່ງປັນ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ພັດທະນາ”. ຫົວ​ຂໍ້ຂອງ CARXPO ປີ​ນີ້​ແມ່ນ “ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ” ຊຸກຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີກໍຄື​ບັນດາ​ຂົງ​ເຂດ​ອື່ນ​ໆລະຫວ່າງ​ອາ​ຊຽນ - ຈີນ. ທີ່​ງານ​ຕະຫຼາດນັດ​ຄັ້ງ​ນີ້, ຄະນະ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ການວາງສະ​ແດງ​ດ້ວຍຮ້ານ​ວາງສະ​ແດງ 200 ຮ້ານ ​​ໃນ​ເນື້ອ​ທີ 3.500 ຕາລາງ​ແມດ, ຢືນ​ອັນ​ດັບ​ໜຶ່ງ​ໃນ​ຈຳນວນ​ບັນດາ​ປະ​ເທດ​ອາ​ຊຽນ ທີ່​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ.

ຂ່າວ/ບົດ​ອື່ນ